ອັດກອງປະຊຸມກຸ່ມບັນດາທີ່ປຶກສາ AIPA Caucus ຄັ້ງທີ 5

ອັດກອງປະຊຸມກຸ່ມບັນດາທີ່ປຶກສາ AIPA Caucus ຄັ້ງທີ 5 - ảnh 1

(ພາບ: vietnamplus.vn)

(vovworld)- ພາຍຫ​ລັງດຳ​ເນີນ​ການ​ເຮັດ​ວຽກ​ເປັນ​ເວລາ 2 ມື້, ກອງ​ປະ​ຊຸມ​ຄັ້ງທີ 5 ກຸ່ມ​ທີ່​ປຶກສາສະມັດຊາ​ລັດຖະສະພາລະຫວ່າງຊາດ​ອາ​ຊຽນ (AIPA Caucus) ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 13/5 ຢູ່​ນະຄອນດ່າ​ລາດ ​ແຂວງ​ເລີມ​ດົ່ງ. ກອງ​ປະຊຸມ​​ໄດ້ລາຍງານ​ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫ່ຍ AIPA ຄັ້ງທີ 33 ​ແລະ ປຶກສາ​ຫາລື 2 ຫົວ​ເລື່ອງຄື: ​ການ​ເຕີບ​ໂຕ​ຂຽວ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ບັນດາ​ຜູ້​ແທນ​ໄດ້​ເນັ້ນຫນັກ​ເຖິງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ​ເພື່ອ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ນິຕິບັນຍັດ ​ແລະ ການ​ສ້າງ​ລະບົບ​ກົດໝາຍ​ແຕ່ລະ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລ​ເລືອ​ງມິ​ງ ​ເລຂາທິການ​ໃຫ່ຍອາ​ຊຽນ ຖື​ວ່າ:

   “ຄວາມ​ມຸ້ງ​ຫວັງ​ລວມຂອງ​ພວກ​ເຮົາ ນັ້ນ​ແມ່ນ​ປັບປຸງ​ຄຸນ​ນະພາ​ບຊີວິດ​ໃຫ້​ປະຊາ​ຄົມ​ທີ່​ມີ​ພົນລະ​ເມືອງກ່ວາ 600 ລ້ານ​ຄົນ. ​ໃນ​ນັ້ນ, ຕ້ອງ​ຮັບປະກັນ​ການຮັກສາ​ລະບົບ​ຊີວະ​ພາບ ​ແລະ ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້ມີ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ຂອງ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ. ກອງ​ປະຊຸມ​ຄັ້ງນີ້​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຂັ້ນຕອນ​ນິຕິບັນຍັດ ​ແລະ ບັນດາ​ນະ​ໂຍບາຍ, ຂໍ້​ລິ​ເລີ່​ມ​ໃນ​ພາກ​ພື້ນ​ກ່ວາ​ອີກ ​ແລະ ​ແບ່ງປັນ​ບົດຮຽນ​ກ່ຽວກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ“.

 ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ສະບັບ​ສຸດ​ທ້າຍ​ຂອງກອງ​ປະຊຸມ​ກຸ່ມທີ່​ປຶກສາ AIPA ຄັ້ງທີ 5. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ເຈີ່ນ​ວັນ​ຮັ່ງ, ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ​ຫວຽດນາມ, ປະທານກອງ​ປະຊຸມ​ກຸ່ມທີ່​ປຶກສາ AIPA ຄັ້ງທີ 5 ຢືນຢັນ​ວ່າ: ບັນດາ​ຂໍ້​ສະ​ເໜີ​ຈະ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ລາຍ​ງານ​ຕໍ່​ກອງປະຊຸມ​ໃຫ່ຍ AIPA ຄັ້ງທີ 34 ຈະ​ມາ​ເຖິງ:

   “ການ​ເຂົ້າຮ່ວມ ​ແລະ ປະກອບ​ຄຳ​ເຫັນ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​​ເຂົ້າຮ່ວມກອງ​ປະຊຸມ​ຄັ້ງນີ້ ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ລວມຂອງ​ບັນດາ​ປະ​ເທດ AIPA ກ່ຽວ​ກັບບັນຫາ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ແລະ ການ​​ເຕີບ​ໂຕ​ຂຽວ. ຂໍ້​ສະ​ເໜີ​ຂອງ​ບັນດາ​ຜູ້​ແທນທີ່​ກອງ​ປະຊຸມຈະ​ແມ່ນພື້ນຖານ​ສຳຄັນ​ເພື່ອ​ລາຍ​ງານ​ຕໍ່ກອງປະຊຸມ​ໃຫ່ຍ AIPA ຄັ້ງທີ 34 ຢູ່​ບຣູ​ໄນ ​ເພື່ອສ້າງ ​ແລະ ຮັບຮອງ​ເອົາ​ມະຕິ​ສະບັບ​ຕ່າງໆ ​ແລະ ສະ​ເໜີ​​ໃຫ້ບັນດາ​ລັດຖະສະພາ​ສະມາຊິກ ​ເພີ່ມ​ທະວີວຽກ​ງານ​ນິຕິບັນຍັດ​ເພື່ອ​ແນ​ໃສ່​ພັດທະນາ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຈະ​ມາ​ເຖິງ. ປະກອບສ່ວນ​ສ້າງ​ປະຊາ​ຄົມ​ອາ​ຊຽນ ສຳ​ເລັດ, ມຸ້ງ​ໄປ​ສູ່​ຈຸດໝາຍ​ສັນຕິພາບ, ການ​ຮ່ວມ​ມື, ພັດທະນາ​ເພື່ອ​ປະຊາຊົນ​ປະ​ເທດຕ່າງໆ​ໃນ​ພາກ​ພື້ນ“.

ຂ່າວ/ບົດ​ອື່ນ