( vovworld ) - ພາຍຫຼັງສອງມື້ແຫ່ງການເຮັດວຽກ, ຕອນບ່າຍວັນທີ 19/6, ທີ່ຫໍປະຊຸມ San Cabo, ຢູ່ນະຄອນ Los Cabos, ພາກເໜືອ Mexico, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັນຂຶ້ນ ( G – 20 ) ຄັ້ງທີ 7 ໄດ້ອັດລົງດ້ວຍການຮັບຮອງເອົາຖະແຫຼງການ Los Cabos ໂດຍເນັ້ນໜັກໃຫ້ບຸລິມະສິດເຕີບໂຕດ້ານເສດຖະກິດ ແລະ ສ້າງວຽກເຮັດງານທຳ. ໃນຖະແຫຼງການ, ບັນດາການນຳ G – 20 ໄດ້ເຫັນດີທີ່ຖືວ່າ ຊຸກຍູ້ເສດຖະກິດເຕີບໂຕທົ່ວໂລກ ແລະ ສ້າງວຽກເຮັດງານທຳ ໂດຍຜ່ານຫຼາຍມາດຕະການແມ່ນບຸລິມະສິດອັນເປັນພື້ນຖານໃນການຕ້ານການກະທົບຂອງວິກິດການໃນປະຈຸບັນຢູ່ເອີລົບ. ບັນດາການນຳກໍສະແດງຄວາມສະໜັບສະໜູນພິເສດທີ່ມີຕໍ່ການນຳໃຊ້ບ້ວງລາຍຈ່າຍກ້ອນໃຫຍ່ກວ່າ ເພື່ອຮັບມືກັບວິກິດການເສດຖະກິດທົ່ວໂລກ, ເນັ້ນໜັກວ່າ ບັນດາປະເທດທີ່ມີດ້ານການເງິນຢ່າງພຽງພໍ ພ້ອມແລ້ວທີ່ຈະໃຊ້ຈ່າຍໃຫ້ແກ່ຈຸດໝາຍດັ່ງກ່າວ. ທີ່ການປະຊຸມຂ່າວຫຼັງຈາກນັ້ນ, ປະທານາທິບໍດີປະເທດເຈົ້າພາບ Felipe Calderon ຢັ້ງຢືນວ່າ ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍບັນດາການກະທຳອັນລະອຽດ ເພື່ອແນໃສ່ຮັບມືກັບວິກິດການໜິ້ສິນຂອງເອີລົບ ແລະ ເລື່ອງສະໜອງທຶນໃຫ້ກອງທຶນເງິນຕາສາກົນ (IMF) ບັນລຸລະດັບສູງສຸດນັບແຕ່ກອນມາຮອດປະຈຸບັນແມ່ນ 456 ຕື້ USD; ຊຸກຍູ້ການເຕີບໂຕເສດຖະກິດທົ່ວໂລກແບບຍືນຍົງ, ເພີ່ມເງິນໃຫ້ແກ່ IMF, ຕ້ານການປົກປ້ອງດ້ານການຄ້າທີ່ພວມມີທ່າອ່ຽງເພີ່ມຂຶ້ນຢູ່ຫຼາຍພາກພື້ນ, ເອົາໃຈໃສ່ເປັນພິເສດເຖິງການແກ້ໄຂສະພາບອຶດຫິວທຸກຍາກ ແລະ ຄ້ຳປະກັນດ້ານສະບຽງອາຫານ.