(vovworld) – ທີ່ວາລະອັດປະຊຸມສະມັດຊາໃຫຍ່ AIPA – 36 ມາເລເຊຍ, ໃນວັນທີ 11/09, ທ່ານປະທານ AIPA – 36, ປະທານສະພາຕໍ່າປະເທດເຈົ້າພາບມາເລເຊຍ Amin Haji Mulia ຢືນຢັນວ່າ AIPA – 36 ບັນລຸຜົນສຳເລັດຢ່າງດີງາມ ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງຜູ້ແທນທຸກໆທ່ານ ທີ່ມາຈາກບັນດາປະເທດສະມາຊິກ AIPA ແລະ ບັນດາປະເທດສັງເກດການ. ໝາກຜົນຂອງກອງປະຊຸມສະມັດຊາໃຫຍ່ຄັ້ງນີ້ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການບັນລຸບັນດາເປົ້າໝາຍລວມຂອງປະຊາຄົມອາຊຽນ. ຕາມທ່ານປະທານ AIPA – 36 ແລ້ວ, ໃນຊຸມມື້ດຳເນີນເຫດການ, ດ້ວຍຫົວຂໍ້ “ເຊື່ອມຈອດປະຊາຄົມອາຊຽນ ມຸ້ງໄປເຖິງປະຊາຊົນ, ຖືກປະຊາຊົນເປັນໃຈກາງເພື່ອຄວາມຮອບດ້ານ”, ບັນດາຄະນະກຳມະການທີ່ມີໜ້າທີ່ຂອງ AIPA ໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນຳກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ບັນດາຜູ້ແທນກໍປຶກສາຫາລືກ່ຽວກັບບັນດາບັນຫາກຽວຂ້ອງເຖິງແມ່ຍິງຄື ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຜູ້ມີອາຍຸສູງ…