ອັດກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 9

(VOVWORLD) -ພາຍຫຼັງດຳເນີນດ້ວຍຄວາມເຂັ້ມງວດ, ສາມັກຄີ ແລະປອງດອງມາເປັນເວລາ 3 ວັນ,  ກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 9 ອາຍຸການ 2022-2027 ໄດ້ອັດລົງໃນຕອນເຊົ້າວັນທີ 29 ພະຈິກຢູ່ຮ່າໂນ້ຍ
ອັດກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 9 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່

     ກອງປະຊຸມໃຫຍ່ໄດ້ດຳເນີນວາລະປະຊຸມທຳອິດ ເລືອກຄັ້ງຄະນະປະຈຳສະພາສົງ, ສະພາບໍລິຫານງານ, ກອງປະຊຸມໃຫຍ່ໄດ້ເປັນເອກະພາບເລືອກຕັ້ງສະມາຊິກສະພາສົງພຸດທະສາສະໜາຫວຽດນາມ, ຄະນະປະຈຳສະພາສົງ, ເລືອກຕັ້ງພະອາຈານມະຫາ ທິກຈີ້ກວາງ ຮັກສາສາດສະດາຊຸດທີ 8 ເປັນສາດສະດາສະພາສົງພຸດທະສາສາໜາຫວຽດນາມຊຸດທີ 9 ອາຍຸການ 2022-2027.    ກອງປະຊຸມໃຫຍ່ໄດ້ເຫັນດີສະເໜີພະອາຈານມະຫາ ທິກຖ້ຽນເຍີນ ສືບຕໍ່ດຳລົງຕຳແໜ່ງປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມຊຸດທີ 9.

      ກອງປະຊຸມໃຫຍ່ຍັງວາງອອກທິດທາງການເຄື່ອນໄຫວພຸດທະສາສະໜາອາຍຸການ 2022-2027, ປຶກສາຫາລື ປະກອບຄຳເຫັນ ເປັນເອກະພາບກ່ຽວກັບເຈດຈຳນົງ ການກະທຳ ແລະ ຄວາມຕັດສິນໃຈຂອງພະສົງສຳມະເນັນ ພຸດທະສາສະນິກກະຊົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ປະຕິບັດເປົ້າໝາຍ 12 ປະການ ແລະ ໂຄງການດຳເນີນງານທີ່ໄດ້ວາງອອກຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ