ອັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 12
ອັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 12
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 09/03 ພາຍຫລັງເຮັດວຽກມາເປັນເວລາ 3 ວັນ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 12, ອາຍຸການ 2017 – 2022 ຖືກອັດລົງ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານຫງວຽນທ້ຽນເຍີນ ກຳມະການກົມການເມືອງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕີລາຄາສູງການປະກອບສ່ວນຂອງສະຫະພັນແມ່ຍິງທຸກຂັ້ນ ເຂົ້າໃນການເຄື່ອນໄຫວຂອງແນວໂຮມປະເທດຊາດ ແລະ ຂອງປະເທດຊາດ. ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ:
“ວິທີການເຊິ່ງສະຫະພັນແມ່ຍິງໄດ້ເລືອກເຟັ້ນວາງຕົວເລກຄາດໝາຍໃຫ້ຂັ້ນຮາກຖານແມ່ນດີທີ່ສຸດ, ດັ່ງນັ້ນ ແຕ່ລະຮາກຖານຈຶ່ງມີຄວາມເຂົ້າໃຈ ແລະ ສາມາດປະຕິບັດເອງ. ດ້ວຍບັນດາຕົວເລກຄາດໝາຍນີ້ ສະຫະພັນແມ່ຍິງ ຈະສືບຕໍ່ປະກອບສ່ວນເຂົ້າໃນຂະບວນການແນວໂຮມທົ່ວປະເທດ. ກອງປະຊຸມໃຫຍ່ໄດ້ປຶກສາຫາລື, ຍົກອອກຄາດໝາຍໃນ 5 ປີ ແມ່ນໜູນຊ່ວຍສ້າງຕັ້ງ ສະຫະກອນ 300 ແຫ່ງ ໂດຍແມ່ຍິງເປັນເຈົ້າຂອງ. ນີ້ແມ່ນຈຸດໃໝ່ເມື່ອທຽບໃສ່ອາຍຸການກ່ອນ. ຄອບຄົວທຳການຜະລິດດີເດັ່ນແມ່ນພວກເຮົາມີຫລາຍ ແຕ່ຄອບຄົວທຳການຜະລິດນັ້ນບໍ່ແມ່ນຮູບແບບຍາວນານ, ເໝາະສົມກັບຕະຫລາດເທື່ອ”.
ທີ່ວາລະອັດ, ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາກົດລະບຽບສະຫະພັນແມ່ຍິງ ຫວຽດນາມ (ປັບປຸງ, ເພີ່ມເຕີ່ມ) ໃນນັ້ນມີຫລາຍຈຸດໃໝ່, ເໝາະສົມກັບບົດບາດ, ໜ້າທີ່ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຂະບວນການແມ່ຍິງ, ການເຄື່ອນໄຫວຂອງສະຫະພັນແມ່ຍິງໃນໄລຍະຈະມາເຖິງ.
ພາຍຫຼັງວາລະອັດກອງປະຊຸມ, ທ່ານ ຫງວຽນທິທຸຮ່າ, ປະທານສະພາພັນແມ່ຍິງຫວຽດນາມ ຊຸດທີ 12 ເປັນເຂົ້າພາບກອງປະຊຸມຂ່າວເພື່ອລາຍງານໝາກຜົນຂອງກອງປະຊຸມໃຫຍ່ດັ່ງກ່າວ.