ອັດຄ້າຍພັກແລ້ງຫວຽດນາມປີ 2015ດ້ວຍຫົວຂໍ້ວ່າ “ເອກອ້າງທະນົງໃຈ ຫວຽດນາມ

ອັດຄ້າຍພັກແລ້ງຫວຽດນາມປີ 2015ດ້ວຍຫົວຂໍ້ວ່າ “ເອກອ້າງທະນົງໃຈ ຫວຽດນາມ - ảnh 1
ພິ​ທີ​ອັດ​ຄ້າຍ​ພັກ​ແລ້ງ​ຫວຽດ​ນາມ​ປີ2015

 (vovworld)- ພິ​ທີ​ອັດ​ຄ້າຍ​ພັກ​ແລ້ງ​ຫວຽດ​ນາມ​ປີ2015 ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 30/7 ຢູ່​ຫໍ​ວັດ​ທະ​ນະ​ທຳ ນະ​ຄອນ​ໂຮ່​ຈິ​ມີນ. ນະ​ທີ່ນີ້, ບັນ​ດາ​ເພື່ອນ​ຫນຸ່ມ​ຊື່ງ​ແມ່ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ພົບ​ປະແລກ​ປ່ຽນ​ກັບ​ຊາວ​ຫນຸ່ມ​ນະ​ຄອນ ໂຮ່​ຈິ​ມີນ. ລາຍ​ການ​ດັ່ງ​ກ່າວ​ໂດຍຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ຕ່າງ​ປະ​ເທດ (​ຂຶ້ນ​ກັບກະ​ຊວງ​ການ​ຕ່າງ​ປະ​ເທດ) ​ຈັດ​ຂຶ້ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ຊ​າວ​ຫນຸ່ມ, ນັກ​ສຶກ​ສາ​ ​ກ່​ວາ 160 ຄົນ ຊື່ງ​ແມ່ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ 21 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ ​. ​ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2015 ດຳ​ເນີນ​ໄປ​ແຕ່​ວັນ​ທີ 13-31/7 ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຈາກ​ພາກ​ເຫນືອ​ຕະ​ຫລອດ​ຮອດ​ພາກ​ໃຕ້​ຫວຽດ​ນາມ, ຜ່ານ​ຫລາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ໃນ​ການ​ເຄື່ອນ​ໄຫວນັ້ນ ບັນ​ດາ​ຊາວ​ຫນຸ່ມ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ໂອ​ກາດ​ໄປ​ທັດ​ສະ​ນະ​ສຶກ​ສາ, ຊອກ​ຮູ້​ກ່ຽວ​ກັບ​ສະ​ຖານ​ທີ່​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ໄດ້​ເຫັນ​ປະ​ຈັກ​ຕາ​ການ​ປ່ຽນ​ແປງ​ຂອງ​ບ້ານ​ເກີດ​ເມືອງນອນ​ຫວຽດ​ນາມ. ເພື່ອນ ຫງວຽ​ນງອກ​ຕຸງ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແບ່ງ​ປັນ​ວ່າ:

        “ພາຍ​ຫລັງ​ເຂົ້າ​ຮ່ວມ​ລາຍ​ການນີ້ ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມກວ່າ ຊື່ງ​ກ່ອນນີ້ ນ້ອງ​ພຽງ​ແຕ່​ຮູ້​ຈັກ​ຜ່ານ​ວິ​ທະ​ຍຸ​ຫລື ອີນ​ເຕີ​ແນັດ​ເທົ່າ​ນັ້ນ. ເມື່ອ​ກັບ​ຄືນ​ເມືອ​ຫວຽດ​ນາມ ນ້ອງ​ຮູ້​ສຶກ​ຮັກ​ແພງ​ບ້ານ​ເກີດ​ເມືອງນອນກວ່າ. ນ້ອງ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ແມ່ນ​ຊາວ​ຫວຽດ​ນາມ. ປະ​ເທດ​ຊາດ​ໄດ້​ພັດ​ທະ​ນາ ແຕ່​ຍັງ​ຄົງ​ຮັກ​ສາ​ມູນ​ເຊື້ອໄວ້​ໄດ້.”

 

ຂ່າວ/ບົດ​ອື່ນ