ອັດງານບຸນໜັງສືພິມທົ່ວປະເທດປີ2016

ອັດງານບຸນໜັງສືພິມທົ່ວປະເທດປີ2016 - ảnh 1
ບັນດາຫົວໜ່ວຍໄດ້ຮັບລາງວັນ
(ພາບ: congly.com.vn)

(vovworld) –  ງານ​ບຸນໜັງສືພິມ​ທົ່ວ​ປະ​ເທດ​ປີ 2016 ດ້ວຍ​ຫົວ​ຂໍ້ “ອວຍພອນ​ລະ​ດູ​ບານ​ໃໝ່, ຊົມ​ເຊີຍ​ຜົນສ​ຳ​ເລັດ​ຂ​ອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຊົມ​​ເຊີຍ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ” ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 15/3, ພາຍຫຼັງ​ດຳ​ເນີ​ນ​ໄປ​ເປັນ​ເວລາ 3 ວັນ​. ນີ້​​ເປັນ​ຄັ້ງ​ທຳ​ອິດ​ທີ່ງານ​ບຸນ​ໜັງສືພິມ​ທົ່ວ​ປະ​ເທດ​ໄດ້​ຮັບ​ການຈັດ​ຕັ້ງ, ​ເຊິ່ງ​ໄດ້ດຶງ​ດູດ​ກ່ວາ 400 ອົງການ​ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ. ດ້ວຍ 26 ກຸ່ມ​ສື່​ມວນ​ຊົນ​ສູນ​ກາງ ​ແລະ 12 ກຸ່ມ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ທີ່ວາງສະ​ແດງ​ສື່​ສິ່ງ​ພິມກ່ວາ 700 ຢ່າງ, ລາຍການ​ກະຈາຍສຽງ - ​ໂທລະພາບ ​ເກືອບ 100 ລາຍການ ​ແລະ ໜັງສືພິມສະບັບ​ພິ​ເສດ​​ໃນ​​ໂອກາດ​ບຸນປີ​ໃໝ່​ປີ​ວອກ, ​ໂຄ​ສະນາ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ປະ​ເທດ​ຊາດ, ​ໄດ້​​ເຮັດ​ໃຫ້​ງານ​ບຸນທີ່​ມີ​ຊີວິດຊີວາ, ກາຍ​ເປັນ​​ແຫ່ງເຕົ້າ​ໂຮມ​ບັນດາ​ຜູ້​ຮ່ວມອາຊີບ, ສ້າງ​ເປັນວັດທະນະທຳ​ທາງ​ດ້ານ​ຈິດ​ໃຈ​ທີ່​​ມີ​ຄວາມປະ​ທັບ​ໃຈ​ຂອງວົງ​ການ​ສື່​ມວນ​ຊົນ ຫວຽດນາມ. ​ໃນ 3 ວັນ​ດຳ​ເນີນ​, ງານ​ບຸນ​ຍັງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ວາງສະ​ແດງ​, ກອງ​ປະຊຸມສຳ​ມະ​ນາ​ວິຊາ​ຊີບ​​ເພື່ອ​ຊ່ວຍ​ໃຫ້​ບັນດາ​ນັກ​ຂ່າວ​ເຂົ້າ​ຮ່ວມ​ແລກປ່ຽນ​ບົດຮຽນ, ​ແລກປ່ຽນ​ກັບ​ທ່ານ​ຜູ້​ຟັງ, ຜູ້​ອ່ານ.

        ທີ່​ພິທີ​ອັດ​ງານ​ບຸນ, ຄະນະ​ຈັດ​ຕັ້ງ​ໄດ້​ມ​ອບ​ລາງວັນ​ໃຫ້​ບັນດາ​ອົງການ​ສື່ສານ​ເຂົ້າ​ຮ່ວມ, ມີ​ຜະລິດ​ຕະພັນ​ທີ່​ດີ​ເດັ່ນ, ​ໃນ​ນັ້ນ VOV ​ໄດ້​ຮັບ​ລາງວັນ “ລາຍການ​ກະຈາ​ຍສຽງ - ​ໂທລະ​ພາບ​ດຶງ​ດູດ, ສ້າງ​ຄວາມປະ​ທັບ​ໃຈ​ດ້ວຍ​ຫົວ​ຂໍ້​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແລະ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ປະ​ເທດ” ​ແລະ ລາງວັນ “​ເຂດ​ວາງສະ​ແດງ​ໜັງສືພິມ​ສະບັບ​ອອກ​ໃນ​​ໂອກາດ​ບຸນປີໃໝ່​ປະ​ທັບ​ໃຈ, ​ເປ​ັນ​ເອກະລັກ​ສະ​ເພາະ.”


ຂ່າວ/ບົດ​ອື່ນ