ອັດງານມະຫາກຳກິລາ Olympic ລະດູໜາວປັກກິ່ງ 2022: ເຂັ້ມຂຸ້ມໄປດ້ວຍວັດທະນະທຳປະເທດເຈົ້າພາບ
(VOVWORLD) -ທີ່ງານມະຫາກຳກິລາຄັ້ງນີ້, ຄະນະນັກກິລາ ນອກແວ ຍາດໄດ້ອັນດັບທີ 1 ດ້ວຍ ຫຼຽນໄຊ 37 ຫຼຽນ, ລວມມີຫຼຽນຄຳ 16 ຫຼຽນ, ຫຼຽນເງິນ 8 ຫຼຽນ ແລະ ຫຼຽນທອງ 13 ຫຼຽນ. ຢຶນຢູ່ອັນດັບທີ 2 ແມ່ນຄະນະນັກກິລາຂອງ ເຢຍລະມັນ ແລະ ທີ 3 ແມ່ນຄະນະນັກກິລາຂອງຈີນ.
ພິທີ ອັດງານມະຫາກຳກິລາ Olympic ລະດູໜາວປັກກິ່ງ 2022 (ພາບ: Xinhua ) |
ພາຍຫລັງແຂ່ງຂັນມາເປັນເວລາ 2 ອາທິດ, ຕອນຄ່ຳວັນທີ 20 ກຸມພາ ຢູ່ສະໜາມກິລາແຫ່ງຊາດ ທີ່ມີຊື່ວ່າ “ຮັງນົກ” ຢູ່ນະຄອນຫຼວງປັກກິ່ງ (ຈີນ), ງານມະຫາກຳກິລາລະດູໜາວປັກກິ່ງ ປີ 2022 ໄດ້ອັດລົງຢ່າງເປັນທາງການ ດ້ວຍພິທີອັດທີ່ເຕັມໄປດ້ວຍສີສັນ, ດ້ວຍແນວຄວາມຄິດສຸມໃສ່ເຂົ້າບັນດານັກກິລາ, ພ້ອມທັງສະແດງໃຫ້ເຫັນແນວຄວາມຄິດຂອງປັກກິ່ງ ແມ່ນ ນະຄອນທຳອິດໃນໂລກ ທີ່ຈັດຕັ້ງທັງ 2 ງານມະຫາກຳກິລາ Olympic ລະດູຮ້ອນ (2008) ແລະ ລະດູໜາວ (2022). ເຂົ້າຮ່ວມພິທີ ມີທ່ານປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານປະທານຄະນະກຳມະການ Olympic ສາກົນ (IOC) Thomas Bach.
ພິທີໄດ້ດຳເນີນໃນເວລາປະມານ 90 ນາທີ ໂດຍໄດ້ເລົ່າເລື່ອງລາວຢ່າງຕໍ່ເນື່ອງ ນັບແຕ່ພິທີໄຂງານມະຫາກຳກິລາ ໂດຍເນັ້ນໜັກເຖິງຄວາມງາມຂອງປະເທດເຈົ້າພາບ, ນ້ຳໃຈຂອງປະຊາຊົນຈີນ ທີ່ສະຫງວນໃຫ້ແກ່ທັງ 2 ງານມະຫາກຳກິລາ Olympic ລະດູຮ້ອນ (2008) ແລະ ລະດູໜາວ (2022) ໂດຍຈີນເປັນປະເທດເຈົ້າພາບ.
ທີ່ງານມະຫາກຳກິລາຄັ້ງນີ້, ຄະນະນັກກິລາ ນອກແວ ຍາດໄດ້ອັນດັບທີ 1 ດ້ວຍ ຫຼຽນໄຊ 37 ຫຼຽນ, ລວມມີຫຼຽນຄຳ 16 ຫຼຽນ, ຫຼຽນເງິນ 8 ຫຼຽນ ແລະ ຫຼຽນທອງ 13 ຫຼຽນ. ຢຶນຢູ່ອັນດັບທີ 2 ແມ່ນຄະນະນັກກິລາຂອງ ເຢຍລະມັນ ແລະ ທີ 3 ແມ່ນຄະນະນັກກິລາຂອງຈີນ.