ອັດງານມະຫາກຳກິລາຫາດຊາຍທະເລອາຊີຄັ້ງທີ 5(ABG5)

ອັດງານມະຫາກຳກິລາຫາດຊາຍທະເລອາຊີຄັ້ງທີ 5(ABG5) - ảnh 1
ພິ​ທີ​ອັດ​ງາ​ນ​ມະ​ຫາ​ກຳ​ກິ​ລາ​ຫາດ​ຊາຍ​ທະ​ເລ ອາ​ຊີ ຄັ້ງ​ທີ 5

(vovworld)- ພິ​ທີ​ອັດ​ງາ​ນ​ມະ​ຫາ​ກຳ​ກິ​ລາ​ຫາດ​ຊາຍ​ທະ​ເລ ອາ​ຊີ ຄັ້ງ​ທີ 5 ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 3/10 ຢູ່ ນະ​ຄອນ ດາ​ຫນັງ. ງານມ​ະ​ຫາ​ກຳ​ກິ​ລາ​ຫາດ​ຊາຍ​ທ​ະ​ເລ​ປີນີ້ ໄດ້​ສົ່ງ​ສານ​ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ​ທີ່​ສວຍ​ງາມ ແລະ ຮັກ​ແພງ​ແຂກ​ຄົນ, ຄວາມ​ສາ​ມັກ​ຄີ​ໃນ​ໂລກ​ສັນ​ຕິ​ພາບ​ມຸ້ງ​ໄປ​ເຖິງ​ອະ​ນາ​ຄົດ​ອັນ​ສົດ​ໃສ. ໃນ​ພິ​ທີ​ອັດ​ງານ​ມະ​ຫາ​ກຳ ມີ​ລາຍ​ການສະ​ແດງສິ​ລະ​ປະ​ດ້ວຍ​ເນື້ອ​ໃນ​ວ່າ: ຄວາມ​ມຸ້ງ​ຫວັງ​ແຫ່ງ​ທະ​ເລ​ຂຽວ, ບັນ​ດາ​ດວງ​ດາວ​ແສງ​ສະ​ຫວ່າງ ແລະ ຄວາມ​ຊົງ​ຈຳ​ແສງອາ​ລຸນ … ໃນ​ສຽງ​ດົນ​ຕີ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ສົມ​ທົບ​ກັບ​ວາດ​ຟ້ອນ​ພື້ນ​ເມືອງ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ບ້ານ​ເກີດ​ເມືອງນອນ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ​ງານ​ມະ​ຫາ​ກຳກິ​ລາ, ທ່ານ ຫງວຽ​ນງອກ​ທ້ຽນ, ລັດ​ຖະ​ມົນ​ຕີ​ ​ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ ງານ​ມະ​ຫາ​ກຳ ໄດ້​ຢືນ​ຢັນ​ວ່າ:

“172 ​ຊຸດຫລຽ​ນ ຂອງ​ງານ​ມະ​ຫາ​ກຳ​ກິ​ລາ ໄດ້​ມອບ​ໃຫ້​ບັນ​ດາ​ນັກ​ກິ​ລາ​ທີ່​ມາ​ຈາກ 35 ປະ​ເທດ ແລະ ເຂດ​ແຄ້ວນ​ຢູ່​ອາ​ຊີ. ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາບໍ່​ແມ່ນ​ຜູ້​ໃດ​ກໍ​ໄດ້​ຮັບ​ຫລຽນ ແຕ່​ທັງ​ໝົດ​ລ້ວນ​ແຕ່​ຍາດ​ໄດ້​ໄຊ​ຊະ​ນະ, ນັ້ນ​ແມ່ນ​ໄຊ​ຊະ​ນະ​ຂອງ​ຄວາມ​ເມົາ​ມົວ, ໄຊ​ຊະ​ນະ​ຂອງ​ຄວາມ​ຕັດ​ສິນ​ໃຈ, ຂອງ​ຄວາມ​ສາ​ມັກ​ຄີ ແລະ ມິດ​ຕະ​ພາບ, ຄວາມ​ມຸ້ງ​ຫວັງ​ອັນ​ແຮງ​ກ້າ​ມຸ່ງ​ໄປ​ເຖິງ​ໂລກ​ສັນ​ຕິ​ພາບ, ອະ​ນາ​ຄົດ​ວັດ​ທະ​ນາ​ຖາ​ວອນ​ຂອ​ງ​ປະ​ເທດ​ອາ​ຊີ ທັງ​ໝົດ.”


ຕອບກັບ

ຂ່າວ/ບົດ​ອື່ນ