ອັດ​ງານມະຫາກຳສາ​ກົນ​ມວຍ​ພື້​ນ​ເມືອງ ຫວຽດ​ນາມ​

(VOVWORLD) -ພາຍຫຼັງດຳເນີນມາເປັນເວລາ 5 ວັນ, ດ້ວຍການເຄື່ອນໄຫວທີ່ຟົດຟື້ນນັ້ນ, ງານມະຫາກຳສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ VII - ບິ່ງດິງ ປີ 2019 ໄດ້ອັດລົງໃນຕອນຄ່ຳວັນທີ 11 ສິງຫາ, ຢູ່ ນະຄອນ ກູຍເຍີນ. ງານມະຫາກຳຄັ້ງນີ້ມີການເຂົ້າຮ່ວມຂອງ ຄູຝຶກມວຍ, ນັກມວຍ ກ່ວາ 1.300 ຄົນທີ່ມາຈາກບັນດາສະໂມສອນ ແລະ ຄະນະນັກມວຍ ພາຍໃນປະເທດ ແລະ ສາກົນ.
ອັດ​ງານມະຫາກຳສາ​ກົນ​ມວຍ​ພື້​ນ​ເມືອງ ຫວຽດ​ນາມ​ - ảnh 1ພິທີອັດງານມະຫາກຳສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ VII - ບິ່ງດິງ ປີ 2019  

ທີ່ງານມະຫາກຳຄັ້ງນີ້, ຄະນະຈັດຕັ້ງໄດ້ຮັບຟັງບັນດາການປະກອບຄຳຄິດເຫັນເພື່ອສ້າງຈຸດພົ້ນເດັ່ນທີ່ແຕກຕ່າງ ເມື່ອທຽບໃສ່ບັນດາງານມະຫາກຳຄັ້ງກ່ອນ. ສຸມໃສ່ການສະແດງມວຍພື້ນເມືອງ ຫວຽດນາມ ກໍ່ຄືສ້າງເງື່ອນໄຂໃຫ້ແກ່ບັນດາຄະນະນັກມວຍສາກົນ ແລະ ພາຍໃນປະເທດສະແດງລາຍການມວຍຮັບໃຊ້ໃຫ້ປະຊາຊົນຫຼາຍກ່ວາເກົ່າ, ພົບປະກັນເພື່ອແລກປ່ຽນປະສົບການ. ທ່ານ ຕະຊວັນແຈ໊ງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ແຂວງບິ່ງດິງ ເນັ້ນໜັ້ກວ່າ:

        “ງານມະຫາກຳສາກົນມວຍພື້ນເມືອງຫວຽດນາມ ຄັ້ງທີ VII - ບິ່ງດິງ 2019 ໄດ້ຮັບການ ຈັດຕັ້ງຢ່າງ ສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີ, ເຊີດຊູບັນດາສິ່ງຍອດຍິ່ງຂອງເຂດດິນແດນມວຍ ບິ່ງດິງ. ການປະກອບສ່ວນຂອງບັນດາຄູຝຶກມວຍ, ນັກມວຍພື້ນເມືອງ ຫວຽດນາມ ຂອງບັນດາຄະນະນັກມວຍທີ່ມາຈາກຫຼາຍປະເທດ ແລະ ເຂດແຄ້ວນ, ບັນດາແຂວງ, ນະຄອນ, ຂະແໜງພາຍໃນປະເທດໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນຜົນສຳເລັດລວມຂອງງານມະຫາກຳຄັ້ງນີ້ີ້.”

ຕອບກັບ

ຂ່າວ/ບົດ​ອື່ນ