ທ່ານພັນຄຳ ວິພາວັນປະດັບຫລຽນໄຊອິດສະຫລະ ໃຫ້ແກ່ ທ່ານຫວູຊວນຮົ່ງ
ພາບ:internet
|
(vovword) - ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ ແລະ ລາວຄັ້ງທີ 3 ຈັດຂຶ້ນແຕ່ວັນທີ 16 -20/7 ຫາກໍອັດລົງໃນຕອນຄຳ່ວັນທີ 20/7 ຢູ່ ສູນກອງປະຊຸມແຂວງ ຕວຽນກວາງ. ໃນງານມະໂຫລານຄັ້ງນີ້, ຜູ້ແທນປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ໄດ້ພົບປະແລກປ່ຽນບັນດາບົດຮຽນດີໃນການຜັນຂະຫຍາຍການເຄື່ອນໄຫວມິດຕະພາບຢູ່ທ້ອງຖິ່ນ ພ້ອມທັງສະເຫນີບັນດາມາດຕະການເພື່ອເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ແລະ ລາວ, ນຳສາຍພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ລະດັບສູງໃຫມ່. ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຊີ້ແຈງວ່າ: ສືບຕໍ່ກໍ່ສ້າງ, ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ແມ່ນຫນ້າທີ່ລວມຂອງບັນດາຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະ ຊາວ ຫວຽດນາມ ແລະ ລາວແຕ່ລະຄົນ, ໃນນັ້ນ ມີບັນດາອົງການມິດຕະພາບຂອງສອງປະເທດ. ເນື່ອງໃນໂອກາດນີ້, ຕາງຫນ້າໃຫ້ພັກ ແລະ ລັດ ສປປ ລາວ, ທ່ານ ພັນຄຳ ວິພາວັນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ຫົວຫນ້າຄະນະຜູ້ແທນປະຊາຊົນ ສປປ ລາວໄດ້ປະດັບຫລຽນໄຊອິດສະຫລະຊັ້ນ 3 ໃຫ້ແກ່ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສູນກາງສະມາຄົມມິດຕະພາບ ຫວຽດນາມ ແລະ ລາວ, ປະດັບຫລຽນໄຊມິດຕະພາບໃຫ້ແກ່ທ່ານ ຫວູຊວນຮົ່ງ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ. ຕາງຫນ້າໃຫ້ສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານພັນຄຳ ໄດ້ມອບຈຳນວນເງິນ 50.000 USD ໃຫ້ແກ່ຄະນະກຳມະການປະຊາຊົນແຂວງ ຕວຽນກວາງ ເພື່ອປະຕິສັງຂອນບັນດາເຂດປູຊະນີຍະສະຖານປະຫວັດສາດຂອງປະຕິວັດລາວ ແລະ ຫວຽດນາມ ຢູ່ ເມືອງ ອຽນເຊີນ ແລະ ເຊີນເຢືອງ.