ອັດງານມະໂຫລານສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດຄັ້ງທີ VI

(VOVWORLD) -ນີ້ກໍແມ່ນໂອກາດເພື່ອແນະນຳ, ໂຄສະນາບັນດາຄຸນຄ່າມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າເຖິງເພື່ອມມິດພາຍໃນປະເທດ ແລະສາກົນ

ອັດງານມະໂຫລານສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດຄັ້ງທີ VI - ảnh 1 ການມອບໃບຍ້ອງຍໍທີ່ພິທີອັດງານມະໂຫລານສິລະປະຂັບແທນ, ພິນຕິ໋ງ

        ພາຍຫຼັງການດຳເນີນມາເປັນເວລາ 02 ວັນ ງານມະໂຫລານສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດຄັ້ງທີ VI ຖືກອັດລົງໃນຕອນຄ່ຳວັນທີ 14 ພຶດສະພາ. ເກືອບ 60 ລາຍການຈາກ 14 ແຂວງເຂົ້າຮ່ວມການສະແດງທີ່ງານມະໂຫລານສິລະປະຄັ້ງນີ້ ໄດ້ແນະນຳເຖິງໝູ່ປະຊາຊົນບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໄຕ - ນຸ່ງ - ຜູ້ໄທ. ນີ້ກໍແມ່ນໂອກາດເພື່ອແນະນຳ, ໂຄສະນາບັນດາຄຸນຄ່າມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າເຖິງເພື່ອນມິດພາຍໃນປະເທດ ແລະສາກົນ; ພ້ອມທັງເຊີດຊູປະເພດວັດທະນະທຳສິລະປະທີ່ເປັນເອກະລັກສະເພາະຂອງບັນດາຊົນເຜົ່າ ໄຕ - ນຸ່ງ - ຜູ້ໄທ; ທັງເປັນການປະກອບສ່ວນຍົກສູງສະຕິອະນຸລັກຮັກສາ, ເສີມຂະຫຍາຍ, ພັດທະນາ ແລະ ປະດິດຄິດສ້າງບັນດາຄຸນຄ່າດ້ານວັດທະນະທຳໃໝ່ຢ່າງບໍ່ຢຸດຢັ້ງ ໃນຍຸກສະໄໝພັດທະນະປະເທດຊາດແບບຍືນຍົງ, ເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ, ກໍ່ສ້າງພື້ນຖານວັດທະນະທຳຫວຽດນາມກ້າວໜ້າ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຊົນເຜົ່າ.

        ທ່ານນາງ ຈ່ຽວທິຕິງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງຮ່າຢາງ, ຢັ້ງຢືນວ່າ:

        “ບັນດາແຂກຜູ້ມາຊົມງານມະໂຫລານສິລະປະ, ບັນດາຄະນະເຂົ້າຮ່ວມ ແລະ ນັກສິລະປິນ ລ້ວນແຕ່ໄດ້ຕີລາຄາສູງຕໍ່ບັນດາລາຍການພ້ອມກັບເຂດວາງສະແດງຂອງງານມະໂຫລາສິລະປະຄັ້ງນີ້, ພິເສດແມ່ນຄວາມຮັບຮູ້ຂອງປະຊາຊົນໄດ້ຍົກສູງຂຶ້ນ, ເພາະວ່າ ຜ່ານງານມະໂຫລາສິລະປະຄັ້ງນີ້, ບັນດາທຳນອງການຂັບແທນເດີມ ຍັງໄດ້ຮັກສາໄວ້ເໝືອນເດີມ ຜ່ານການສອນຂອງບັນດານັກສິລະປິນຂັບແທນຜູ້ອາວຸໂສສືບທອດໃຫ້ຄົນລຸ້ນໜຸ່ມ”.

ຕອບກັບ

ຂ່າວ/ບົດ​ອື່ນ