ອັດ​ງານ​ແຂ່ງ​ຂັນ​ກິ​ລາ ASEAN Para Games 12

(VOVWORLD) - ຄະນະນັກກິລາຄົນພິການ ຫວຽດນາມ ຢືນອັນດັບທີ 3 ທົ່ວຄະນະ ດ້ວຍ 66 ຫຼຽນຄຳ, 58 ຫຼຽນເງິນ ແລະ 77 ຫຼຽນທອງ.
ອັດ​ງານ​ແຂ່ງ​ຂັນ​ກິ​ລາ ASEAN Para Games 12 - ảnh 1

 ສະແດງສິລະປະທີ່ພິທີອັດ (ພາບ: VOV)

   ພາຍຫຼັງໄດ້ທຳການແຂ່ງຂັນມາເປັນເວລາ 6 ວັນ, ຕອນຄ່ຳວັນທີ 9 ມິຖຸນາ, ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ASEAN Para Games 12ໄດ້ອັດລົງ ດ້ວຍພິທີອັດຖືກຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກຳປູເຈຍ.

  ໃນບົດກ່າວປາໄສອັດງານແຂ່ງຂັນກິລາ ASEAN Para Games 12, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Techo Hun Sen ໄດ້ຢັ້ງຢືນວ່າ ດ້ວຍ ຖານະຂອງປະເທດເຈົ້າພາບ, ກຳປູເຈຍ ໄດ້ພະຍາຍາມຈັດ ASEAN Para Games ຕາມມາດຖານສາກົນ; ຫວັງວ່າ ປຊຊ ອາຊຽນ ກ່ວາ 600 ລ້ານຄົນ ຈະຈາລຶກບັນດາອະນຸສອນທີ່ດີງາມໃນ SEA Games 32 ແລະ ASEAN Para Games 12 ຈັດຂຶ້ນຢູ່ ກຳປູເຈຍ ໃນຊຸມວັນທີ່ຜ່ານມາ. ພາຍຫຼັງພິທີມອດແປວໄຟທີ່ພິທີດັ່ງກ່າວ, ຄັນທຸງຂອງງານມະຫາກຳກິລາ ໄດ້ມອບໃຫ້ແກ່ຜູ້ຕາງໜ້າຂອງປະເທດໄທ, ປະເທດເຈົ້າພາບຂອງ ASEAN Para Games 13.

ໂດຍໄດ້ເຂົ້າຮ່ວມ ASEAN Para Games 12, ຄະນະນັກກິລາຄົນພິການ ຫວຽດນາມ ໄດ້ປະສົບຜົນສຳເລັດ ຫຼາຍຢ່າງ, ຢືນອັນດັບທີ 3 ທົ່ວຄະນະ ດ້ວຍ 66 ຫຼຽນຄຳ, 58 ຫຼຽນເງິນ ແລະ 77 ຫຼຽນທອງ. ນີ້ແມ່ນຜົນງານສູງທີ່ສຸດຂອງກິລາຄົນພິການ ຫວຽດນາມ ໃນງານແຂ່ງຂັນກິລາ ASEAN Para Games ຄັ້ງຕ່າງໆ ເມື່ອບໍ່ເປັນປະເທດເຈົ້າພາບ.

ຕອບກັບ

ຂ່າວ/ບົດ​ອື່ນ