ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ມອບໃບຢັ້ງຢືນ
ການສຶກສາໃຫ້ສຳມະນາກອນທີ່ດີເດັ່ນ
(vovworld) – ວັນທີ 13/8, ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ກະຊວງປ້ອງກັນຄວາມສະຫງົບ ລາວ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ອົງການຕາງໜ້າກະຊວງຕຳຫລວດ ຫວຽດນາມ ປະຈຳ ລາວ, ຈັດຕັ້ງພິທີອັດຊຸດອົບຮົມສອນພາສາ ຫວຽດນາມ ຄັ້ງທຳອິດ ໃຫ້ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບ ລາວ ຈຳນວນ 28 ຄົນ. ພາຍຫລັງຮຳ່ຮຽນມາເປັນເວລາ 6 ເດືອນ, ສຳມະນາກອນ 28 ຄົນມີຄວາມສາມາດແລກປ່ຽນດ້ວຍພາສາ ຫວຽດນາມ ໄດ້, ພ້ອມທັງສາມາດຟັງ, ອ່ານ, ເວົ້າ, ຂຽນທີ່ດີພໍສົມຄວນ. ນີ້ແມ່ນຊຸດອົບຮັບສອນພາສາ ຫວຽດນາມ ຊຸດທຳອິດ ຊຶ່ງກົມໃຫຍ່ປ້ອງກັນຄວາມສະຫງົບຈັດຕັ້ງ, ດ້ວຍຈຸດປະສົງຍົກສູງຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ບັນດາພະນັກງານ, ນັກຮົບຂອງກົມໃຫຍ່, ປະກອບສ່ວນເພີ່ມທະວີການພົວພັນສົມທົບກັນແລກປ່ຽນຂໍ້ມູນຂ່າວສານລະຫວ່າງກົມໃຫຍ່ປ້ອງກັນຄວາມສະຫງົບ ລາວ ແລະ ກົມໃຫຍ່ປ້ອງກັນຄວາມສະຫງົບ ຫວຽດນາມ, ຮັກສາ ແລະ ເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ ແລະ ລາວ