ອົດຕາລິດ ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ຢູ່ UNCHR

(VOVWORLD) -ຫວຽດນາມ ແລະ ອົດຕາລິດ ຊົມເຊີຍໝາກຜົນການຮ່ວມມືລະຫວ່າງ ສອງຝ່າຍ ທີ່ບັນດາເວທີປາໄສສາກົນຄື: ຄະນະກຳມະການກົດໝາຍສາກົນ ຂອງ ສປຊ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO)

ຕອນບ່າຍ ວັນທີ 25 ມິຖຸນາ ຢູ່ ນະຄອນຫລວງ Vienna ປະເທດ ອົດຕາລິດ, ທ່ານ ຫງວຽນຈູງກຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດຕາລິດ ໄດ້ມີການເຮັດວຽກກັບທ່ານ Peter Launsky Tieffethal ຮອງລັດຖະມົນຕີການຕ່າງປະເທດ ອົດຕາລິດ. ທ່ານ ຫງວຽນຈູງກຽນ ສະເຫນີ ອົດຕາລິດ ສະຫນັບສະຫນູນ ຫວຽດນາມ ເຂົ້າຮ່ວມສະພາສິດທິມະນຸດ ສະຫະປະຊາຊາດ (UNCHR) ອາຍຸການ 2023 – 2025. ທ່ານຮອງລັດຖະມົນຕີການຕ່າງປະເທດ ອົດຕາລິດ ຕີລາຄາສູງບັນດາການປະກອບສ່ວນຂອງຫວຽດນາມ ຢູ່  UNCHR ອາຍຸການ 2014 – 2016 ແລະ ໃຫ້ຮູ້ວ່າ:ຈະຕັ້ງຫນ້າພິຈາລະນາຄຳສະເຫນີຂອງ ຫວຽດນາມ.

ສອງຝ່າຍ ຊົມເຊີຍໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດຕາລິດ ທີ່ບັນດາເວທີປາໄສສາກົນຄື: ຄະນະກຳມະການກົດໝາຍສາກົນ ຂອງ ສປຊ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO)

ຕອບກັບ

ຂ່າວ/ບົດ​ອື່ນ