ອັດວັນບຸນວັດທະນະທຳ,ກິລາແລະທ່ອງທ່ຽວຊາວເຜົ່າຈຳທົ່ວປະເທດຄັ້ງທີ4
ພາບປະກອບ
(vovworld) – ພາຍຫຼັງດຳເນີນເປັນເວລາ 3 ວັນດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ຫຼາຍຮູຍຫຼາຍແບບ ແລະ ເຕັມໄປດ້ວຍສີສັນວັດທະນະທຳຊົນເຜ່ົາ, ຕອນຄ່ຳວັນທີ 17/7, ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວຊາວເຜົ່າ ຈຳ ຄັ້ງທີ 4 ຢູ່ແຂວງ ອານຢາງ ຖືກອັດລົງ. ພ້ອມກັບບັນດາເຫດການຕ່າງໆຄື: ງານວາງສະແດງຮູບພາບ, ແນະນຳໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງເຜົ່າຈຳ… ບັນດານັກສິລະປະການ, ນັກສິລະປະອາຊີບ ແລະ ສະໝັກຫຼິ້ນຂອງ 11 ແຂວງ, ນະຄອນ ໄດ້ແນະນຳບັນດາລາຍການຟ້ອນລຳທຳເພງສະແດງຊຸດອາພອນ, ເຄື່ອງດົນຕີທີ່ເປັນມູນເຊື້ອທີ່ເປັນເອກະລັກສະເພາະ, ສ້າງຄວາມດຶງດູດ ແລະ ເຂັ້ມຂົ້ນໄປດ້ວຍວັດທະນະທຳຂອງຊາວເຜົ່າຈຳຢູ່ເຂດລະເຂດພາກ. ຕາມຄະນະຈັດຕັ້ງແລ້ວ, ໃນວັນບຸນນີ້, ບັນດາຄະນະສິລະປະ, ນັກສີລະປິນ ໄດ້ເອົາໃຈໃສ່ເປັນພິເສດທັງດ້ານເນື້ອໃນກໍ່ຄືຮູບແບບການສະແດງ. ຄະນະຈັດຕັ້ງໄດ້ມອບລາງວັນ A 34 ລາງວັນ, ລາງວັນ B 19 ລາງວັນ ແລະ ລາງວັນ C 17 ລາງວັນໃຫ້ບັນດາລາຍການສະແດງ ທີ່ດີເດັ່ນພ້ອມກັບ 2 ລາງວັນຊົມເຊີຍສຳລັບນັກສິລະປິນມີອາຍຸສູງສຸດ ແລະ ນັກສິລະປິນ ອາຍຸຕ່ຳສຸດ.