ທ່ານ Huynh Phong Tranh ປະທານອົງການກວດກາລັດຖະບານ
ພາບ:internet
|
(vovworld) - ຕອນເຊົ້າວັນທີ 22/8, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການຊັກຖາມທ່ານ Huynh Phong Tranh ປະທານອົງການກວດກາລັດຖະບານ. ວາລະຊັກຖາມແມ່ນສຸມໃສ່ 2 ໝວດບັນຫາຄື: ວຽກງານແກ້ໄຂຄຳຮ້ອງທຸກ, ກ່າວຟ້ອງ ພິເສດບັນຫາຮ້ອນເຮັ່ງໃນປະຊາຊົນ; ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ປະສິດທິຜົນແຫ່ງການກວດກາ. ທ່ານ Huynh Phong Tranh ປະທານອົງການກວດກາ ລັດຖະບານໃຫ້ຮູ້ວ່າ: ພາຍຫລັງດຳເນີນການກວດກາຢູ່ ກຸ່ມບໍລິສັດ, ບໍລິສັດ 5 ແຫ່ງ ໄດ້ພົບເຫັນການລະເມີດດ້ານການເງິນ ດ້ວຍຈຳນວນເງິນຂຶ້ນເຖິງ 3.900 ຕື້ ດົ່ງ ແລະ ປະຈຸບັນໄດ້ເກັບຄືນກວ່າ 2.100 ຕື້ ດົ່ງ.
ເມື່ອສະຫລຸບວາລະຊັກຖາມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ Uong Chu Luu ໄດ້ຢືນຢັນວ່າ: ວາລະປະຊຸມດຳເນີນໄປຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນຢ່າງສູງ ແລະ ເນັ້ນຫນັກວ່າ: ວຽກງານແກ້ໄຂການຮ້ອງທຸກ, ກ່າວຟ້ອງ, ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ໄດ້ມີການຫັນປ່ຽນຢ່າງຕັ້ງຫນ້າ. ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ສະເຫນີຂະແຫນງກວດກາ ແລະ ອົງການກວດກາລັດຖະບານ, ບັນດາກະຊວງຂະແຫນງການ ຈົ່ງຊາບຊືມ ແລະ ປະຕິບັດບັນດາຄຳສັ່ງ, ມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ ກ່ຽວກັບວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ແກ້ໄຂຄຳຮ້ອງທຸກ, ກ່າວຟ້ອງຢ່າງເຂັ້ມງວດ.
ກ່າວຄຳເຫັນອັດວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ຊີ້ແຈງວ່າ: ໃນວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບວຽກງານກໍ່ສ້າງກົດໝາຍ, ມີຮ່າງກົດໝາຍ 10 ສະບັບ, ໃນນັ້ນ ມີ 5 ສະບັບ ໄດ້ຮັບການປຶກສາຫາລືເປັນຄັ້ງທຳອິດຈາກສະໄຫມປະຊຸມຄັ້ງທີ 3 ສະພາແຫ່ງຊາດຊຸດທີ 13. ກ່ຽວກັບເນື້ອໃນຊັກຖາມໃນວາລະປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ເນັ້ນຫນັກວ່າ:
“ພວກເຮົາດຳເນີນການເຄື່ອນໄຫວຕິດຕາມກວດກາ, ໃນນັ້ນ ໄດ້ສະຫງວນເວລາກວ່າມື້ຫນຶ່ງເພື່ອຊັກຖາມລັດຖະມົນຕີກະຊວງແຮງງານ ທະຫານ ເສຍອົງຄະ ແລະ ສັງຄົມ, ຜູ້ວ່າການທະນາຄານແຫ່ງລັດ ແລະ ປະທານອົງການກວດກາລັດຖະບານ. ບັນດາທ່ານລັດຖະມົນຕີ ແລະ ຜູ້ແທນ ໄດ້ຜັນຂະຫຍາຍພາລະຫນ້າທີ່ຂອງຕົນຢ່າງຈະແຈ້ງ, ກົງໄປກົງມາ.”