ອັດວາລະປະຊຸມຄັ້ງທີ31ຂອງສະພາສິດທິມະນຸດສະຫະປະຊາຊາດ
ອັດວາລະປະຊຸມຄັ້ງທີ31ຂອງສະພາສິດທິມະນຸດສະຫະປະຊາຊາດ
(ພາບປະກອບ)
(vovworld) - ໃນລະຫວ່າງວັນທີ 23 – 24/03, ຢູ່ສຳນັກງານສະຫະປະຊາຊາດທີ່ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດສະຫະປະຊາຊາດ ໄດ້ດຳເນີນບັນດາວາລະປຶກສາຫາລືສຸດທ້າຍ, ເພື່ອຮັບຮອງເອົາມະຕິ, ຂໍ້ຕົກລົງ ແລະ ຖະແຫຼງການຂອງປະທານສະພາສິດທິມະນຸດ 40 ສະບັບ ທີ່ກອງປະຊຸມປະຈຳປີຄັ້ງທີ 31. ຄະນະຜູ້ແທນຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ຫງວຽນຈຸງແທ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ເປັນຫົວໜ້າຄະນະ.
ສະພາສິດທິມະນຸດສະຫະປະຊາຊາດ ໄດ້ຮັບຮອງເອົາເອກະສານຄວາມເຫັນດີເຫັນພ້ອມຂອງຮ່າງມະຕິ 26 ສະບັບທີ່ກ່ຽວຂ້ອງເຖິງຫຼາຍບັນຫາ ເຊິ່ງປະຊາຄົມສາກົນມີຄວາມສົນໃຈເປັນຢ່າງສູງຄື, ປະຕິບັດບັນດາສິດດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ສິດໃນການອອກແຮງງານ, ການເພີ່ມທະວີການຮ່ວມມືສາກົນກ່ຽວກັບສິດທິມະນຸດ, ສິດຂອງເດັກນ້ອຍ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ… ພ້ອມທັງ, ພາຍຫຼັງບັນດາວາການໂຕ້ວາທີຢ່າງກົງໄປກົງມາ, ສະມາຊິກຂອງສະພາສິດທິມະນຸດສະຫະປະຊາຊາດ 47 ຄົນໄດ້ປ່ອນບັດເພື່ອຮັບຮອງເອົາຮ່າງມະຕິອື່ນອີກ 14 ສະບັບ, ສິ່ງທີ່ໜ້າສົນໃຈແມ່ນບັນດາມະຕິທີ່ກ່ຽວຂ້ອງເຖິງສະພາບການຢູ່ຊີຣີ, ອີຣານ, ບັນດາເຂດດິນແດນຂອງປາແລດສະຕິນທີ່ຖືກຢືດຄອງ…
ບົນພື້ນຖານຄວາມເອົາໃຈໃສ່ ແລະ ໃຫ້ຄຳໝັ້ນສັນຍາຂອງຫວຽດນາມ ສຳລັບການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດ, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ ແລະ ຄະນະຜູ້ແທນຫວຽດນາມໄດ້ເປັນເຈົ້າການໃນການເຂົ້າຮ່ວມ, ຕັ້ງໜ້າປະກອບສ່ວນເຂົ້າໃນວິວັດການປຶກສາຫາລື ແລະ ຮັບຮອງເອົາບັນດາມະຕິ, ຂໍ້ຕົກລົງຂອງກອງປະຊຸມຊຸດທີ 31 ບົນນ້ຳໃຈຊຸກຍູ້ເລື່ອງປົກປ້ອງ ແລະ ເປີດກວ້າງສິດຮັບຊົມໃຊ້ຂອງປະຊາຊົນ, ເຄົາລົບກົດບັດສະຫະປະຊາຊາດ, ກົດໝາຍ ແລະ ພຶດຕິກຳຕົວຈິງຂອງສາກົນ ກໍຄືເອກະລັກສະເພາະພິເສດກ່ຽວກັບເສດຖະກິດ, ມູນເຊື້ອວັດນະທຳ ແລະ ການພັດທະນາຂອງບັນດາປະເທດ, ພາກພື້ນ.