(ພາບປະກອບ)
(vovworld) – ຕອນບ່າຍວັນທີ 19/9, ພາຍໃຕ້ການເປັນປະທານຂອງປະທານສະພາແຫ່ງຊາດ Nguyen Sinh Hung, ຄະນະປະຈຳສະພາແຫ່ງຊາດ ໄດ້ອັດວາລະປະຊຸມຄັ້ງທີ 11.
ກ່າວຄວາມເຫັນອັດວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hungຊີ້ແຈ້ງວ່າ ດ້ວຍຈິດໃຈເຮັດວຽກຢ່າງຮີບເຮັ່ງ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະຕິບັດສຳເລັດວາລະປະຊຸມຕາມແຜນການທີ່ໄດ້ວາງອອກ. ໃນວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄວາມເຫັນແກ່ຮ່າງກົດໝາຍ 7 ສະບັບ, ດຳເນີນການຕິດຕາມກວດກາ 2 ຫົວເລື່ອງສະເພາະທີ່ກ່ຽວຂ້ອງເຖິງເລື່ອງປະຕິບັດນະໂຍບາຍກົດໝາຍກ່ຽວກັບທີ່ດິນ, ໃຫ້ຄວາມເຫັນກ່ຽວກັບແຜນຮ່າງຂັ້ນຕອນ, ລະບຽບການ, ວິທີການຮັບເອົາບັດໄວ້ວາງໃຈສຳຫຼັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ. ພ້ອມກັນນັ້ນ, ຄະນະປະຈຳສະພາແຫ່ງຊາດ ກໍ່ໄດ້ປຶກສາຫາລື ບັນດາບົດລາຍງານຂອງລັດຖະບານກ່ຽວກັບເລື່ອງປະຕິບັດກົດໝາຍປະຢັດ, ຕ້ານການຟຸມເຟືອຍ, ວຽກງານຕ້ານສໍ້ລາດບັງຫຼວງ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ສະເໜີວ່າ: ບັນດາອົງການຂອງສະພາແຫ່ງຊາດ, ອົງການຮຽບຮຽງຄວນປັບປຸງບັນດາເນື້ອໃນປຶກສາຫາລືໃຫ້ສຳເລັດບໍລິບູນເພື່ອມອບໃຫ້ບັນດາສະມາຊິກສະພາແຫ່ງຊາດ. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 19/9, ຄະນະປະຈຳສະພາແຫ່ງຊາດປຶກສາຫາລືບົດລາຍງານຂອງລັດຖະບານກ່ຽວກັບການ ປະຕິບັດກົດໝາຍວ່າດ້ວຍປະຢັດມັດທະຍັດ, ຕ້ານການຟຸມເຟືອຍປີ 2012. ພ້ອມທັງປະກອບຄວາມເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝ ສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 13. ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີໂດຍພື້ນຖານຕໍ່ບົດລາຍງານຂອງ ລັດຖະບານ ແລະ ຖືວ່າປີ 2012 ພື້ນຖານເສດຖະກິດຫວຽດນາມປະສົບກັບການທ້າທາຍໃຫຍ່ຫຼາຍຢ່າງຄື: ລະດັບເຕີບໂຕເສດຖະກິດຖືກຊັກຊ້າໄວ້, ລາຄາເໜັງຕີງບໍ່ໝັ້ນທ່ຽງ, ກຳລັງຊື້ຫຼຸດລົງ… ໃນສະພາບການນັ້ນ, ດ້ວຍການຊີ້ນຳຢ່າງຂ້ຽວຂາດຂອງລັດຖະບານ, ເລື່ອງປະຕິບັດການປະຢັດ, ຕ້ານການຟຸມເຟືອຍໃນປີ 2012 ສາມາດບັນລຸໄດ້ໝາກຜົນທີ່ສຳຄັນໃນຂົງເຂດຈຳນວນໜຶ່ງ. ເມື່ອໄຈ້ແຍກສາຍເຫດທີ່ຍັງຄົງຄ້າງ, ຈຳກັດໃນການປະຕິບັດກົດໝາຍວ່າດ້ວຍການປະຢັດ, ຕ້ານການຟຸມເຟືອຍ. ທ່ານ Ksor Phuoc, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ຖືວ່າ:
(ພາບປະກອບ)
ຕອນເຊົ້າວັນທີ 19/9, ຄະນະປະຈຳສະພາແຫ່ງຊາດປຶກສາຫາລືບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດກົດໝາຍວ່າດ້ວຍປະຢັດມັດທະຍັດ, ຕ້ານການຟຸມເຟືອຍປີ 2012. ພ້ອມທັງປະກອບຄວາມເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 13. ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີໂດຍພື້ນຖານຕໍ່ບົດລາຍງານຂອງລັດຖະບານ ແລະ ຖືວ່າປີ 2012 ພື້ນຖານເສດຖະກິດຫວຽດນາມປະສົບກັບການທ້າທາຍໃຫຍ່ຫຼາຍຢ່າງຄື: ລະດັບເຕີບໂຕເສດຖະກິດຖືກຊັກຊ້າໄວ້, ລາຄາເໜັງຕີງບໍ່ໝັ້ນທ່ຽງ, ກຳລັງຊື້ຫຼຸດລົງ… ໃນສະພາບການນັ້ນ, ດ້ວຍການຊີ້ນຳຢ່າງຂ້ຽວຂາດຂອງລັດຖະບານ, ເລື່ອງປະຕິບັດການປະຢັດ, ຕ້ານການຟຸມເຟືອຍໃນປີ 2012 ສາມາດບັນລຸໄດ້ໝາກຜົນທີ່ສຳຄັນໃນຂົງເຂດຈຳນວນໜຶ່ງ. ເມື່ອໄຈ້ແຍກສາຍເຫດທີ່ຍັງຄົງຄ້າງ, ຈຳກັດໃນການປະຕິບັດກົດໝາຍວ່າດ້ວຍການປະຢັດ, ຕ້ານການຟຸມເຟືອຍ. ທ່ານ Ksor Phuoc, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ຖືວ່າ:
”ໃນເລື່ອງເກີດການຟຸມເຟືອຍ, ບົດບາດຂອງການປະຕິຮູບດ້ານການບໍລິຫານແມ່ນຄືແນວໃດ. ໃນຈຳນວນສາຍເຫດທີ່ຍົກອອກມາໃນບົດລາຍງານນັ້ນ, ແມ່ນຍັງບໍ່ທັນຊີ້ໃຫ້ເຫັນປັດໃຈຕ້ອງປະຕິຮູບ, ປ່ຽນໃໝ່ການເຄື່ອນໄຫວໃນກົງຈັກບໍລິຫານຂອງພວກເຮົາດ້ວຍຕົວເອງ. ທີສອງແມ່ນບັນຫາບຸກເບີກໜ້າພຽງເພື່ອກໍ່ສ້າງກິດຈະກຳ, ຍັງມີສາຍເຫດໜຶ່ງອີກນັ້ນແມ່ນສະຕິປະຢັດ, ຕ້ານການຟຸມເຟືອຍຂອງທົ່ວສັງຄົມແມ່ນຄວນໄດ້ຮັບການຕີລາຄາ ”
ຄະນະປະຈຳສະພາແຫ່ງຊາດສະເໜີວ່າ ບົດລາຍງານຂອງລັດຖະບານຄວນເພີ່ມເຕີມ, ປັບປຸງເນື້ອໃນທີ່ກ່ຽວຂ້ອງເຖິງການຊົດເຊີຍຄວາມເສຍຫາຍໂດຍການຟຸມເຟືອຍກໍ່ຂຶ້ນ, ຄຸ້ມຄອງ, ນຳໃຊ້ເວລາອອກແຮງງານໃນພາກລັດ, ຄຸ້ມຄອງງົບປະມານແຫ່ງລັດ ແລະ ຄຸ້ມຄອງທຶນ, ຊັບສົມບັດຢູ່ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່.