ອົດສຕາລີໃຫ້ຄຳໝັ້ນສັນຍາສົມທົບກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເພື່ອຕ້ານກໍ່ການຮ້າຍ

ອົດສຕາລີໃຫ້ຄຳໝັ້ນສັນຍາສົມທົບກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເພື່ອຕ້ານກໍ່ການຮ້າຍ - ảnh 1
​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ​ອົດສຕາ​ລີ Michael Keenan
(ພາບ: thuppahi.wordpress)


(vovworld) – ລັດຖະບານ​ອົດສຕາ​ລີ ຈະ​ຊອກ​ຫາ​ການ​ຮ່ວມ​ມື​ໃຫຍ່​ກວ່າ​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ລັດທິ​ກໍ່ການ​ຮ້າຍ ​ແລະ ຫົວ​ຮຸ່ນ​ແຮງ. ນີ້​ແມ່ນ​ຄຳ​ໝັ້ນ​ສັນຍາ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ​ອົດສຕາ​ລີ Michael Keenan ​ເຊິ່ງ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ຕ້ານ​ການ​ອຸ​ປະຖຳ​ແກ່​ພວກ​ກໍ່ການ​ຮ້າຍ​ ​ເຊິ່ງຖືກ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 17 – 18/11 ຢູ່ Sydney. ທີ່​ກອງ​ປະຊຸ​ມ, ທ່ານ Keenan ​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ໃນ​ເລື່ອງ​​ແບ່ງ​ປັນ ​ແລະ ​ໄຈ້​ແຍກ​ຂໍ້​ມູນ​ຂ່າ​ວກ່ຽວ​ກັບ​ການ​ອຸ​ປະຖ​ຳ​ແກ່​ພວກກໍ່​ການ​ຮ້າຍ ບົນ​ພື້ນຖານ​ບັນດາ​ຂໍ້​ຕົກລົງ 2 ຝ່າຍ; ພ້ອມ​ທັງ​ຖື​ວ່າ ການສະກັດ​ກັ້ນການ​ຊ່ວຍ​ເຫຼືອແຫຼ່ງ​ເງິນອຸປະຖ​ຳ​ແກ່​ພວກກໍ່​ການ​ຮ້າຍ​ອາດ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ຫຼາຍພໍ​ສົມຄວນ​ສຳລັບ​ຄວາມ​ສະຫງົບ​​ແຫ່ງ​ຊາດ​ຂອງອົດສຕາ​ລີ ກໍ​ຄື​ຂອງ​ພາກ​ພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ