ລາຍການສິລະປະໃນສັບປະດາວັດທະນະທຳ
ພາບ:baothainguyen
|
(vovworld)- ຕອນຄ່ຳວັນທີ 10/12, ຢູ່ຫໍພິພິດທະພັນ ວັດທະນະທຳບັນດາເຜົ່າຫວຽດນາມ (ນະຄອນ ທາຍງວຽນ), ລາຍການສັບປະດາວັດທະນະທຳ ມາເລເຊຍ -ອິນໂດເນເຊຍ-ຫວຽດນາມ ໂດຍກົມຮ່ວມມືສາກົນ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຈັດຕັ້ງ ໄດ້ອັດລົງ. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ນັກສິລະປະການ 9 ຄົນ ແລະ ກຸ່ມນັກສິລະປະການ 3 ປະເທດ ຍ້ອນໄດ້ມີຜົນງານດີເດັ່ນສ້າງຜົນສຳເລັດຂອງລາຍການ. ສັບປະດາວັດທະນະທຳ ມາເລເຊຍ - ອິນໂດເນເຊຍ - ຫວຽດນາມ ໄດ້ຈັດຕັ້ງເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາເຕັກນິກໃນການຕຳແຜ່ນ, ຜະລິດ ຜ້າ batick ແລະ ບັນດາຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອທີ່ຕິດພັນກັບສະພາບແວດລ້ອມທຳມະຊາດ, ຊຸກຍູ້ການມີຫົວຄິດປະດິດສ້າງໃຫມ່, ນຳມາເຊິ່ງບັນດາຜະລິດຕະພັນທ່ອງທ່ຽວມີຄຸນຄ່າ. ເຫດການສັບປະດາວັດທະນະທຳ ສາມປະເທດ ໄດ້ປະກອບສ່ວນອະນຸລັກຮັກສາ ແລະ ພັດທະນາຄຸນຄ່າ, ສີສັນວັດທະນະທຳທີ່ເປັນມູນເຊື້ອຂອງ ມາເລເຊຍ, ອິນໂດເນເຊຍ ແລະຫວຽດນາມ.