ອິດສຣາແອນ ຖະແຫຼງ ປົກປ້ອງພົນທະຫານຕໍ່ໄພຖືກ ICC ຟ້ອງສານ

ອິດສຣາແອນ ຖະແຫຼງ ປົກປ້ອງພົນທະຫານຕໍ່ໄພຖືກ ICC ຟ້ອງສານ - ảnh 1
(ພາບປະກອບ: North Africa Post)

(vovworld) – ອິດສຣາ​ແອນ ຈະ​ບໍ່​ປະ​ໃຫ້​ພົນ​ທະຫານ​ຂອງ​ປະ​ເທດ​ນີ້​ຖືກ​​ພິພາກສາ​ຕໍ່ສານ​ອາຍາ​ສາກົນ (ICC) ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຄຳ​ກ່າວ​ຫາ​ໂທດກຳ​ສົງຄາ​ມ. ຖະ​ແຫຼງການ​ດັ່ງກ່າວ​ໂດຍ​ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netayahu ຍົກ​ອອກ​ມາ, ພາຍຫຼັງ​ປາ​ແລດ​ສຕິນ ຍື່ນ​​ໃບຮ້ອງ​ຂໍ​ເຂົ້າ​​ເປັນ​ສະມາຊິກ ICC, ​ນີ້​ແມ່ນ​ການ​ກະທຳ​ທີ່ເປີດ​ຊ່ອງທາງ​ໃຫ້​ບັນດາ​ມາດ​ຕະການ​ດ້ານ​ກົດໝາຍ​​ເພື່ອຕ້ານ​ອິດສຣາ​ແອນ. ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸມ​ລັດຖະບານ ​ໃນ​ວັນ​ທີ 04/01, ​ທ່ານ​ນາຍົກລັດຖະມົນຕີ Benjamin Netayahu ຢືນຢັນ​ວ່າ, ອິດສຣາ​ແອນ ຈະ​ປົກ​ປ້ອງ​ພົນທະຫານ ​ແລະ ພາລະ​ກອນ​ຂຶ້ນ​ກັບ​ກຳລັງ​ປ້ອງ​ກັນ​ປະ​ເທດ​ອິດສຣາ​ແອນ ຕໍ່​ໜ້າ​ການ​ຟ້ອງສານ​ຂອງ ICC. ​ເລື່ອງ ປາ​ແລດ​ສຕິນ ​ຂໍ​ເຂົ້າ​​ເປັນ​ສະມາຊິກ ICC ​ເຮັດ​ໃຫ້​ອິດສຣາ​ແອນ ມີ​ບັນດາ​ການ​ກະທຳ​ໂຕ້​ຕອບ​ຄື​ໃນ​ວັນ​ທີ 03/01 ຜ່ານ​ມາ, ອິດສຣາ​ແອນ ຕົກລົງ​ໂຈະ​ການ​ມອບ​ເງິນ​ພາສີ​ປະຈຳ​ເດືອນ​ທີ່​ມີ​ມູນ​ຄ່າ 127 ລ້ານ USD ​ໃຫ້​ປາ​ແລດ​ສຕິນ. ຕາມ​​ແຜນການ, ຈຳນວນ​ເງິນ​​ໃນ​ເດືອນ 12/2014 ຕ້ອງມອບ​ໃຫ້​ປາ​ແລດ​ສຕິນ​ ໃນ​ວັນ​ທີ 02/01.

ຂ່າວ/ບົດ​ອື່ນ