ອົດສະຕາລີ ແລະ ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາລົງນາມ CPTPP ໂດຍໄວ

(VOVWORLD) - 2 ປະເທດປາດຖະໜາຢາກໃຫ້ 11 ປະເທດເຂົ້າຮ່ວມ CPTPP ທັງໝົດນັ້ນ ຈະພ້ອມກັນລົງນາມໃນຂໍ້ຕົກລົງສະບັບນີ້ ນັບແຕ່ເລີ່ມຕົ້ນ
ອົດສະຕາລີ ແລະ ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາລົງນາມ CPTPP ໂດຍໄວ - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ ທ່ານ Shinzo Abe (ພາບ: AP )

ນາຍົກລັດຖະມົນຕີ 2 ປະເທດ ອົດສະຕາລີ ແລະ ຍີ່ປຸ່ນ ໄດ້ໃຫ້ຄຳໝັ້ນສັນຍາລົງນາມສັນຍາຄູ່ຮ່ວມມືຂ້າມປາຊີຟິກຮອບດ້ານ ແລະ ກ້າວໜ້າ (CPTPP) ກ່ອນເດືອນ 3 ຈະມາເຖິງ. ນີ້ແມ່ນຂໍ້ຕົກລົງທີ່ທົດແທນໃຫ້ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ພາຍຫລັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຖອນ ອາເມລິກາ ອອກຈາກສັນຍາສະບັບນີ້ ໃນເດືອນ ມັງກອນ ປີ 2017.

        ຄຳໝັ້ນສັນຍາດັ່ງກ່າວ ໄດ້ຍົກອອກມາໃນການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ ທ່ານ Shinzo Abe ຢູ່ ໂຕກຽວ ໃນວັນທີ 18 ມັງກອນ .

        ກ່າວຄຳເຫັນພາຍຫລັງການພົບປະເຈລະຈາ, ທ່ານ Turnbull ໃຫ້ຮູ້ວ່າ: “2 ປະເທດປາດຖະໜາຢາກໃຫ້ 11 ປະເທດເຂົ້າຮ່ວມ CPTPP ທັງໝົດນັ້ນ ຈະພ້ອມກັນລົງນາມໃນຂໍ້ຕົກລົງສະບັບນີ້ ນັບແຕ່ເລີ່ມຕົ້ນ ແຕ່ຈຸດປະສົງຂອງ 2 ປະເທດ ແມ່ນຂໍ້ຕົກລົງສະບັບໃໝ່ນີ້ ຈະມີຜົນສັກສິດຍິ່ງໄວກໍ່ຍິ່ງດີສຳລັບບັນດາປະເທດ ໄດ້ກຽມພ້ອມສະໜັບສະໜູນ”. 

ຕອບກັບ

ຂ່າວ/ບົດ​ອື່ນ