(vovworld) - ອົງການການຄ້າຫວຽດນາມ ປະຈຳອົດສະຕາລີ ໃຫ້ຮູ້ວ່າ, ໃນເດືອນ 09 ນີ້, ມີໝາກມ່ວນສົດຊຸດທຳອິດ ຈະມີໜ້າຢູ່ຕະຫຼາດອົດສະຕາລີ, ເຊິ່ງແມ່ນໝາກມ່ວງຂອງສະຫະກອນໝາກມ່ວງ ຊ໋ວຍເລີ້ນ (ເມືອງຊວນລົກ, ແຂວງ ດົ່ງນາຍ), ຫົວໜ່ວຍໄດ້ເຈລະຈາ ແລະ ບັນລຸໄດ້ຂໍ້ຕົກລົງກັບ 2 ຄູ່ຮ່ວມມືທີ່ມາຈາກອົດສະຕາລີ. ໃນໄລຍະຈະມາເຖິງ, ໃນແຕ່ລະວັນຈະມີໝາກມ່ວງປະມານ 18 ໂຕນຂອງສະຫະກອນນຖືກນຳເຂົ້າຕະຫຼາດອົດສະຕາລີິ ເພື່ອຂາຍຢູ່ບັນດາຮ້ານສັບພະສິນຄ້າ, ຕະຫຼາດຂາຍສົ່ງ.
ປະຈຸບັນ, ໝາກມ່ວງໄດ້ກາຍເປັນໝາກໄມ້ສົດຊະນິດທີ 2 ຂອງຫວຽດນາມ, ຖັດຈາກໝາກລີ້ນຈີ່ ໄດ້ຮັບໜັງສືອະນຸຍາດໃຫ້ນຳເຂົ້າຕະຫຼາດຄຸນນະພາບສູງນີ້. ເພື່ອສົ່ງເສີມດ້ານການຄ້າ, ສະຖານທູດ ແລະ ອົງການການຄ້າຫວຽດນາມ ປະຈຳອົດສະຕາລີ ໄດ້ຈັດຕັ້ງການແນະນຳໝາກມ່ວງຫວຽດນາມ, ເຊື່ອມຕໍ່ແລກປ່ຽນດ້ານການຄ້າ ນຳໝາກມ່ວງຫວຽດນາມ ເຂົ້າຕະຫຼາດນີ້. ນອກນນັ້ນ, ຍັງມີບົດບັນທຶກຊ່ວຍຈຳກ່ຽວກັບການໜູນຊ່ວຍຈຳໜ່າຍຜະລິດຕະພັນກະເສດເວົ້າລວມ ແລະ ໝາກໄມ້ສົດຂອງຫວຽດນາມ ເວົ້າສະເພາະ ກໍ່ໄດ້ຮັບການລົງນາມລະຫວ່າງອົງການການຄ້າຫວຽດນາມ ແລະ ສະມາຄົມນັກທຸລະກິດຫວຽດນາມ ປະຈຳອົດສະຕາລີ.