ອົດສະຕາລີແລະນີວເຊີແລເຫັນດີຍົກການພົວພັນກັບຫວຽດນາມຂຶ້ນສູ່ລະດັບສູງໃຫມ່

ອົດສະຕາລີແລະນີວເຊີແລເຫັນດີຍົກການພົວພັນກັບຫວຽດນາມຂຶ້ນສູ່ລະດັບສູງໃຫມ່ - ảnh 1
ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ ແລະ ທ່ານ​ນາ​ຍົກ​
ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Tony Abbott
ພາບ:thoibao.com

(vovworld)- ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ເລ​ຮ່​ວາຍ​ຈູງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ອົດ​ສະ​ຕາ​ລີ ແລະ ນິວ​ເຊີ​ແລນ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ. ທ່ານ ເລ​ຮ່​ວາຍ​ຈູງ ໃຫ້​ຮູ້​ວ່າ: ອົດ​ສະ​ຕາ​ລ​ີ ແລະ ນີວ​ເຊີ​ແລນ ໄດ້​ເຫັນ​ດີ​ຍົກ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່, ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ນີ້​ເປັນ​ຂີດ​ໝາຍມ​ໃຫມ່​ທີ່​ສຳ​ຄັນໃນ​ການ​ພົວ​ພັນລະ​ຫວ່າງ ຫວຽດ​ນາມ ກັບ​ສອງ​ປະ​ເທດ​ດັ່ງ​ກ່າວ. ການ​ນຳ​ສອງ​ປະ​ເທດ ໄດ້​ເຫັນ​ດີ​ກັບ​ຫວຽດ​ນາມ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້​ນ​ຄົງ ຢູ່ ອາ​ຊີ ປາ​ຊີ​ຟີກ. ການ​ຢ້ຽມ​ຢາມ​ອົດ​ສະ​ຕາ​ລີ ແລະ ນີວ​ເຊີ​ແລນ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ບັນ​ລຸ​ໝາກ​ຜົນ​ສຳ​ຄັນ​ຫລາຍ​ຢ່າງ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ເປີດ​ຫນ້າ​ປະ​ຫວັດ​ສາດ​ໃຫມ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ ຫວຽດ​ນາມ ກັບ​ສອງ​ປະ​ເທດ​ດັ່ງ​ກ່າວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໃນ​ຂະ​ນະ​ນັ້ນ, ວັນ​ທີ 19-20/3, ຊື່ມວນ​ຊົນ ນີວ​ເຊີ​ແລນ ໄດ້​ລົງ​ພິມ​ຂ່າວ​ຫລວງ​ຫລາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ນີວ​ເຊີ​ແລນ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກໍ​ຄື​ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ.

ຂ່າວ/ບົດ​ອື່ນ