ອິດສະຣາແອັນ ດຳເນີນການບຸກໂຈມຕີທາງອາກາດແນໃສ່ບັນດາເປົ້າໝາຍລູກສອນໄຟ ຢູ່ ຊີຣີ
(VOVWORLD) -ຮຸ່ງເຊົ້າຂອງວັນດຽວກັນ, ກຳລັງດັ່ງກ່າວ ໄດ້ດຳເນີນບັ້ນບຸກໂຈມຕີທາງອາກາດ ແນໃສ່ບັນດາເປົ້າໝາຍຢູ່ ຊີຣີ, ລວມມີທັງບັນດາລະບົບ ຣາດາ ແລະ ອາວຸດປ້ອງກັນອາກາດ ແນໃສ່ໂຕ້ຕອບເລື່ອງ ຊີຣີ ຍິງລູກສອນໄຟ.
ຊີຣີ ໃນວັນທີ 6 ກຸມພາ 2022 (ພາບ: AFP/TTXVN) |
ໃນວັນທີ 09 ກຸມພາ ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ຮຸ່ງເຊົ້າຂອງວັນດຽວກັນ, ກຳລັງດັ່ງກ່າວ ໄດ້ດຳເນີນບັ້ນບຸກໂຈມຕີທາງອາກາດ ແນໃສ່ບັນດາເປົ້າໝາຍຢູ່ ຊີຣີ, ລວມມີທັງບັນດາລະບົບ ຣາດາ ແລະ ອາວຸດປ້ອງກັນອາກາດ ແນໃສ່ໂຕ້ຕອບເລື່ອງ ຊີຣີ ຍິງລູກສອນໄຟ.
ກ່ອນໜ້ານັ້ນ, ໃນເດືອນ ທັນວາ 2021, ອິດສະຣາແອັນ ໄດ້ບຸກໂຈມຕີດ້ວຍການຍິງລູກສອນໄຟໃສ່ ຊີຣີ, ໃນນັ້ນ, ບັ້ນບຸກໂຈມຕີ ໃນຕອນເຊົ້າວັນທີ 28 ທັນວາ ແນໃສ່ທ່າກ່ຳປັ່ນການຄ້າ Latakia ໄດ້ຍິງຖືກສະຖານີຕູ້ຄອນແທນເນີ ແລະ ໄດ້ເກີດໄຟໄໝ້.
ນັບແຕ່ເກີດການປະທະກັນຢູ່ ຊີຣີ ໃນປີ 2011 ເປັນຕົ້ນມາ, ອິດສະຣາແອັນ ໄດ້ດຳເນີນບັ້ນບຸກໂຈມຕີທາງອາກາດໃສ່ດິນແດນປະເທດນີ້ນັບຮ້ອຍຄັ້ງ./.