ອິດ​ສະ​ຣາ​ແອັນ ປ​າບ​ປາມ​ຊາວ ປາ​ແລັດ​ສະ​ຕິນ ທີ່​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່​ຊາຍ​ແດນ​ຕິດ​ກັບ ເຂດ Gaza

(VOVWORLD) - ຜູ້ແຫ່ຂະບວນປະທ້ວງຫຼາຍຄົນໄດ້ທຳການລະເບີດລູກລະເບີດ ແລະ ຖີ້ມລູກລະເບີດມືເຂົ້າເຂດກຳແພງກັ້ນຊາຍແດນທາງທິດເໜືອ Gaza. 
ອິດ​ສະ​ຣາ​ແອັນ ປ​າບ​ປາມ​ຊາວ ປາ​ແລັດ​ສະ​ຕິນ ທີ່​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່​ຊາຍ​ແດນ​ຕິດ​ກັບ ເຂດ Gaza - ảnh 1ຜູ້ແຫ່ຂະບວນປະທ້ວງ ປາແລັດສະຕິນ ປະທະກັນກັບ ທະຫານ ອິດສະຣາແອັນ ຢູ່ ເຂດຊາຍແດນ  Gaza ໃນວັນທີ 1/9/2023 (ພາບ: THX/TTXVN)

ວັນທີ 6 ກັນຍາ, ກອງທັບ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ ໄດ້ຜັນຂະຫຍາຍກຳລັງຮັບມືກັບການແຫ່ຂະບວນປະທ້ວງ ແລະ ການຈະລາຈົນຂອງກຸ່ມຄົນຊາວ ປາແລັດສະຕິນ ຢູ່ເຂດກຳແພງກັ້ນຊາຍແດນຕິດກັບເຂດ Gaza. ຜູ້ແຫ່ຂະບວນປະທ້ວງຫຼາຍຄົນໄດ້ທຳການລະເບີດລູກລະເບີດ ແລະ ຖີ້ມລູກລະເບີດມືເຂົ້າເຂດກຳແພງກັ້ນຊາຍແດນທາງທິດເໜືອ Gaza. ໃນສື່ສັງຄົມອອນໄລ ກໍໄດ້ເຜີຍແຜ່ຄຼິບວິດີໂອ ໂດຍສື່ມວນຊົນ ປາແລັດສະຕິນ ເອົາລົງ ເຊິ່ງຊີ້ໃຫ້ເຫັນວ່າມີຫຼາຍເຫດລະເບີດເກີດຂຶ້ນຢູ່ກຳແພງກັ້ນຊາຍແດນຕິດກັບ ອິດສະຣາແອັນ.

        IDF ໄດ້ນຳໃຊ້ບັນດາມາດຕະການຮຸນແຮງ ເພື່ອປາບປາມ ແລະ ສະຫຼາຍກຸ່ມຄົນຈະລາຈົນດັ່ງກ່າວ ພ້ອມທັງນາບຂູ່ວ່າ ຈະຈັດສົ່ງກຳລັງທະຫານຍິງຕັດຮອນ ຖ້າຫາກວ່າສະພາບການຢູ່ເຂດນີ້ຮຸນແຮງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ