ອິດສະຣາແອັນ ລົງນາມໃນຂໍ້ຕົກລົງຫັນການພົວພັນກັບ UAE, ບາເລນ ເປັນປົກກະຕິ
(VOVWORLD) - ທ່ານປະທານາທິບໍດີ D.Trump ໄດ້ສະແດງການຊົມເຊີຍວ່າ ນີ້ແມ່ນບາດກ້າວອັນໃຫຍ່ຫຼວງເພື່ອມຸ່ງໄປເຖິງອະນາຄົດ
ພິທີລົງນາມ
(ພາບ: AFP/TTXVN)
|
ວັນທີ 15 ກັນຍາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເປັນປະທານພິທີລົງນາມໃນຂໍ້ຕົກລົງຫັນການພົວພັນປະຫວັດສາດລະຫວ່າງອິດສະຣາແອັນ ແລະ ສະຫະລັດອາຣັບເອັມມີເຣດ (UAE) ແລະ ບາເລນ ເປັນປົກກະຕິ ຢູ່ທຳນຽບຂາວ, ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ 2 ຝ່າຍ.
ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໄດ້ລົງນາມໃນບັນດາຂໍ້ຕົກລົງຫັນການພົວພັນເປັນປົກກະຕິກັບທ່ານລັດຖະມົນຕີການຕ່າງປະເທດບາເລນ Abdullatif bin Rashid al Zayani ແລະ ທ່ານລັດຖະມົນຕີການຕ່າງປະເທດ UAE Sheikh Abdullah Bin Zayed Al Nahyan ຢູ່ທຳນຽບຂາວ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານປະທານາທິບໍດີ D.Trump ໄດ້ສະແດງການຊົມເຊີຍວ່າ ນີ້ແມ່ນບາດກ້າວອັນໃຫຍ່ຫຼວງເພື່ອມຸ່ງໄປເຖິງອະນາຄົດເຊິ່ງຢູ່ໃນນັ້ນ ປະຊາຊົນທີ່ເຫຼື້ອມໄຊເຊື່ອຖືສາສະໜາທັງໝົດ ແລະ ກົກເຄົ້າບໍ່ວ່າຈະຢູ່ແຫ່ງໃດກໍ່ຕາມ ກໍ່ລ້ວນແຕ່ໄດ້ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກ ແລະ ວັດທະນາຖາວອນ.