ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ຂະ​ບວ​ນການ​ອິດ​ສະ​ລາມ ເຮັກ​ໂບ​ລາ ຢ່າງ​ດຸ​ເດືອດ

(VOVWORLD) -  ວັນທີ 24 ກັນຍາ, ກຳລັງປ້ອງກັນຕົວ ອິດສະຣາແອັນ ( IDF, ໃຫ້ຮູ້ວ່າ ກຳລັງປ້ອງກັນອາກາດປະເທດນີ້ ໄດ້ຈັດສົ່ງເຮືອບິນສູ້ຮົບຫຼາຍລຳເຂົ້າຮ່ວມບັ້ນຮົບທາງອາກາດແບບບໍ່ເຄີຍມີມາກ່ອນ ເລັ່ງໃສ່ ລີບັງ ໃນລະຫວ່າງວັນທີ 23 – 24 ກັນຍາ. 
ອິດ​ສະ​ຣາ​ແອັນ  ສືບ​ຕໍ່​ບຸກ​ໂຈມ​ຕີ​ຂະ​ບວ​ນການ​ອິດ​ສະ​ລາມ ເຮັກ​ໂບ​ລາ ຢ່າງ​ດຸ​ເດືອດ - ảnh 1ນະຄອນ Beirut ໃນວັນທີ 24/9 (ພາບ: Times of Israel)

 ບັ້ນຮົບດັ່ງກ່າວ ມີຊື່ “ລູກສອນທາງພາກເໜືອ”, ອັນໄດ້ມ້າງທຳລາຍກຳລັງອາວຸດ ແລະ ຍຸດໂທປະກອນຈຳນວນຫຼາຍຂອງຂະບວນການອິດສະລາມ ເຮັກໂບລາ.

        ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ຢັ້ງຢືນວາ ບັ້ນຮົບອາງອາກາດໃນສອງມື້ຜ່ານມາ ໄດ້ເຮັດໃຫ້ກຳລັງແຮງຂອງ ເຮັກໂບລາ ຊຸດໂຊມຫຼາຍພໍສົມຄວນ.

        ຕອນບ່າຍວັນທີ 24 ກັນຍາ, ກະຊວງສາທາລະນະສຸກ ລີບັງ ໄດ້ຢັ້ງຢືນວ່າ ການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ເລັ່ງໃສ່ ລີບັງ ນັ້ນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 558 ຄົນ ແລະ ບາດເຈັບ 1.835 ຄົນ. ຖືວ່າ ນີ້ແມ່ນຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດຮ້າຍແຮງທີ່ສຸດ ຢູ່ ລີບັງ ໃນ 30 ປີຜ່ານມາ.

        ສ່ວນຢູ່ເຂດ ກາຊາ, ບັນດາບັ້ນບຸກໂຈມຕີຂອງກອງທັບ ອິດສະຣາແອັນ ໃນວັນທີ 24 ກັນຍາ ໄດ້ເຮັດໃຫ້ ຢ່າງໜ້ອຍສຸດມີ ຊາວ ປາແລັດສະຕິນ 20 ຄົນເສຍຊີວິດ.

ນັກຂ່າວ VOV ປະຈຳ ອີຢິບ


 

ຕອບກັບ

ຂ່າວ/ບົດ​ອື່ນ