ອິດ​ສະ​ຣາ​ແອ​ັນ ເປີດ​ສະ​ຖານ​ທູດ​ແຫ່ງ​ທຳ​ອິດ​ຢູ່ ເຂດ​ອ່າວ​ເປີ​ເຊຍ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Yair Lapid ໄດ້ເຂົ້າຮ່ວມພິທີເປີດສະຫຼອງສະຖານທູດ ອິດສະຣາແອັນ ປະຈຳ Abu Dhadi, ເຊິ່ງເປັນສະຖານທູດແຫ່ງທຳອິດຂອງປະເທດນີ້ ປະຈຳເຂດອ່າວເປີເຊຍ.
ອິດ​ສະ​ຣາ​ແອ​ັນ ເປີດ​ສະ​ຖານ​ທູດ​ແຫ່ງ​ທຳ​ອິດ​ຢູ່ ເຂດ​ອ່າວ​ເປີ​ເຊຍ - ảnh 1 ການເປີດສະຖານທູດ ອິດສະຣາແອັນ ປະຈໍາ Abu Dhadi ແມ່ນການເລືອກເອົາສັນຕິພາບ (ພາບ: al-monitor.com)

ໃນຂອບເຂດການຢ້ຽມຢາມ ສະຫະລັດ ອາຣັບ ເອມມີເລດ (UAE), ວັນທີ 29 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Yair Lapid ໄດ້ເຂົ້າຮ່ວມພິທີເປີດສະຫຼອງສະຖານທູດ ອິດສະຣາແອັນ ປະຈຳ Abu Dhadi, ເຊິ່ງເປັນສະຖານທູດແຫ່ງທຳອິດຂອງປະເທດນີ້ ປະຈຳເຂດອ່າວເປີເຊຍ.

        ກ່າວຄໍາເຫັນທີ່ພິທີ, ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Yair Lapid ຖືວ່າ ນີ້ແມ່ນເຫດການ “ປະຫວັດສາດ”, ພ້ອມທັງເນັ້ນໜັກວ່າ ການເປີດສະຖານທູດ ອິດສະຣາແອັນ ປະຈໍາ Abu Dhadi ແມ່ນການເລືອກເອົາສັນຕິພາບ ແລະ ຖະແຫຼງວ່າ ອິດສະຣາແອັນ ຢາກມີສັນຕິພາບກັບບັນດາປະເທດບ້ານໃກ້ເຮືອນຄຽງທັງໝົດ. 

       


ຕອບກັບ

ຂ່າວ/ບົດ​ອື່ນ