ອິດສະຣາແອັນ ແລະ ປາແລັດສະຕິນ ປຶກສາຫາລືກ່ຽວກັບສະພາບການໃຊ້ຄວາມຮຸນແຮງຢູ່ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ
(VOVWORLD) - ສາຍເຫດທີ່ພາໃຫ້ເກີດການປະທະກັນດັ່ງກ່າວແມ່ນເລີ່ມມາຈາກແຜນການສ້າງເຮືອນຢູ່ຫຼັງໃໝ່ຕື່ມອີກກວ່າ 5.600 ຫຼັງ ຢູ່ເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກຂອງ ອິດສະຣາແອນ, ໃນນັ້ນ ມີກວ່າ 1.000 ຫຼັງຢູ່ Eli, ເຊິ່ງເປັນເຂດທີ່ເກີດເຫດ ມືປືນ ປາແລັດສະຕິນ 2 ຄົນ ຍິງກວາດ ເຮັດໃຫ້ຊາວ ອິດສະຣາແອັນ 4 ຄົນເສຍຊີວິດ.
ຊາວ ປາແລັດສະຕິນ ແລ່ນໜີໃນການໄລ່ກວາດຂອງທະຫານ ອິດສະຣາແອັນ ຢູ່ນະຄອນ Jenin, ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນວັນທີ 19/6/2023 (ພາບ: AFP/TTXVN) |
ວັນທີ 27 ມິຖຸນາ, ຫ້ອງການກະຊວງປ້ອງກັນປະເທດ ອິດສະຣາແອັນ ແຈ້ງໃຫ້ຊາບວ່າ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Yoav Gallant ແລະ ທ່ານລັດຖະມົນຕີກະຊວງພາຍໃນ ປາແລັດສະຕິນ Hussein Al – Sheikh, ກຳມະການອົງການປົດປ່ອຍ ປາແລັດສະຕິນ (PLO) ໄດ້ໂອ້ລົມທາງໂທລະສັບ ເພື່ອແລກປ່ຽນກ່ຽວກັບສະພາບການໃຊ້ຄວາມຮຸນແຮງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນໃນຊຸມວັນຜ່ານມາ, ເມື່ອເກີດການປະທະກັນລະຫວ່າງຊາວຢິວມາຕັ້ງຖິ່ນຖານໃໝ່ ແລະ ຊາວ ອາຣັບ ປາແລັດສະຕິນ ເຮັດໃຫ້ມີຫຼາຍຄົນຮັບບາດເຈັບ. ສາຍເຫດທີ່ພາໃຫ້ເກີດການປະທະກັນດັ່ງກ່າວແມ່ນເລີ່ມມາຈາກແຜນການສ້າງເຮືອນຢູ່ຫຼັງໃໝ່ຕື່ມອີກກວ່າ 5.600 ຫຼັງ ຢູ່ເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກຂອງ ອິດສະຣາແອນ, ໃນນັ້ນ ມີກວ່າ 1.000 ຫຼັງຢູ່ Eli, ເຊິ່ງເປັນເຂດທີ່ເກີດເຫດ ມືປືນ ປາແລັດສະຕິນ 2 ຄົນ ຍິງກວາດ ເຮັດໃຫ້ຊາວ ອິດສະຣາແອັນ 4 ຄົນເສຍຊີວິດ.
ທ່ານລັດຖະມົນຕີ Gallant ເນັ້ນໜັກວ່າ Tel Aviv ຈະລົງໂທດບັນດາເປົ້າໝາຍຫົວຮຸນແຮງເຫຼົ່ານັ້ນຢ່າງເຄັ່ງຄັດຕາມຂໍ້ກຳນົດກົດໝາຍ. ທ່ານກໍຢັ້ງຢືນວ່າ ການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແມ່ນຜົນປະໂຫຍດລວມຂອງທັງສອງຝ່າຍ, ພ້ອມທັງໃຫ້ຮູ້ວ່າ ບັນດາກຳລັງ ອິດສະຣາແອັນ ຈະສືບຕໍ່ຜັນຂະຫຍາຍຢູ່ບັນດາສະຖານທີ່ໄດ້ຮຽກຮ້ອງ. ປັດຈຸບັນ, ຫ້ອງການຂອງທ່ານ Al – Sheikh ຍັງບໍ່ທັນມີຄຳຕິຊົມກ່ຽວກັບການໂອ້ລົມທາງໂທລະສັບດັ່ງກ່າວ.