ອິດສະຣາແອນສົ່ງເສີມການກໍ່ສ້າງເຮືອນຢູ່ນັບຮ້ອຍຫຼັງຢູ່ເຂດຕັ້ງຖິ່ນຖານຄົງທີ່ຢູ່ Jerusalem ຕາເວັນອອກ
(ພາບປະກອບ: Reuters)
(vovworld) - ວັນທີ 21/01, ສະພານະຄອນ Jerusalem ໄດ້ອະນຸມັດຜ່ານອະນຸຍາດໃຫ້ກໍ່ສ້າງເຮືອນຢູ່ກວ່າ 560 ຫຼັງ ຢູ່ 3 ເຂດຕັ້ງຖິ່ນຖານຄົງທີ່ຢູ່ Jerusalem ຕາເວັນອອກ, ໂດຍບໍ່ຫົວຊາຕໍ່ແຜນການຂອງອິດສະຣາແອນ ສືບຕໍ່ເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່ ຍາມໃດກໍ່ຖືກປະຊາຄົມສາກົນຕຳນິຕິຕຽນ. ກ່າວຄຳເຫັນຜ່ານວິທະຍຸກະຈາຍສຽງອິດສະຣາແອນ, ທ່ານ Meir Turgeman, ປະທານຄະນະກຳມະການແຜນການ ແລະ ເຮືອນຢູ່ ສັງກັດສະພານະຄອນ Jerusalem ໃຫ້ຮູ້ວ່າ, ແຜນການດັ່ງກ່າວໄດ້ຖືກໂຈະໄວ້ຈົນຮອດທ້າຍອາຍຸການຂອງອຳນາດການປົກຄອງປະທານາທິບໍດີອາເມລິກາ Barack Obama, ແຕ່ດົນນານມາແລ້ວ ການເຄື່ອນໄຫວກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງອິດສະຣາແອນ ເຄີຍຖືກຕຳນິຕິຕຽນມາດ້ວຍຕະຫຼອດ.