ອິດສະຣາແອນສືບຕໍ່ບຸກໂຈມຕີທາງອາກາດໃສ່ເຂດກາຊາ
ພາບປະກອບ
(vovworld) – ວັນທີ 21/8, ບັນດາແຫຼ່ງຂ່າວຂອງ ປາແລດສະຕີນ ໃຫ້ຮູ້ວ່າ: ວັນທີ 21/8, ອິດສະຣາແອນ ສືບຕໍ່ບຸກໂຈມຕີ ທາງອາກາດໃສ່ສຸສານແຫ່ງໜຶ່ງຢູ່ Sheikh Radwan, ທາງທິດເໜືອນະຄອນ ກາຊາ, ເຮັດໃຫ້ຊາວ ປາແລດສະຕີນ 4 ຄົນຖືກເສຍຊີວິດໃນຂະນະທີ່ພວມເຂົ້າຮ່ວມພິທີງານສົບຢູ່ທີ່ນີ້. ໃນຂະນະນັ້ນ, ຕາມກອງທັບ ອິດສະຣາແອນ ແລ້ວ, ເຂົາເຈົ້າໄດ້ບຸກໂຈມຕີ 6 ພາກສ່ວນຊາວ ອິດສະລາມ ພວມກະກຽມຂັ້ນຕອນສຸດທ້າຍເພື່ອຍິງລູກຈະຫຼວດ. ເຖິງຢ່າງໃດກໍ່ຕາມ, ບໍ່ຮູ້ວ່າ 2 ເຫດການດັ່ງກ່າວກ່ຽວຂ້ອງກັນຫຼືບໍ. ໃນສະພາບການກ່ຽວຂ້ອງ, ກອງພົນນ້ອຍ Ezzedine al –Qassam, ກຸ່ມປະກອບອາວຸດຂອງຂະບວນການອິດສະລາມ ຮາມາດ, ຮັບຮູ້ວ່າ ເຈົ້າໜ້າທີ່ຂັ້ນສູງຂອງກຳລັງນີ້ 3 ຄົນໄດ້ເສຍຊີວິດໃນການບຸກໂຈມຕີທາງອາກາດ ອິດສະຣາແອນ ໃນຮູ່ງເຊົ້າວັນທີ 21/8 ຢູ່ Rafah, ທາງທິດໃຕ້ເຂດກາຊາ.
ຕາມຈຳນວນຕົວເລກສະຖິຕິຫຼ້າສຸດ, ມີປະຊາຊົນ ປາແລດສະຕິນ 2.200 ຄົນ ແລະ ຊາວ ອິດສະຣາແອນ 67 ຄົນເສຍຊີວິດໃນການປະທະກັນຄັ້ງຕ່າງໆນັບແຕ່ເລີ່ມຕົ້ນບັ້ນຮົບບຸກໂຈມຕີເຂດ ກາຊາ ຂອງ ອິດສະຣາແອນ ໃນວັນທີ 8/7 ເປັນຕົ້ນໄປ.