ອິດສະລາແອັນ ບຸກໂຈມຕີທາງອາກາດເຂດ Gaza
(VOVWORLD) - ຄວາມເຄັ່ງຕຶງລະຫວ່າງອິດສະລາແອັນ ແລະ ປາແລັດສະຕິນ ມີຄວາມສ່ຽງກາຍເປັນການປະທະກັນໃໝ່ພາຍຫຼັງ ທີ່ ອົດສະລາແອັນປະກາດເລີ່ມຕົ້ນການບຸກໂຈມຕີທາງອາກາດ ເລັງໃສ່ບັນດາເປົ້າໝາຍຂອງຂະບວນການອິດສະລາມປະກອບອາວຸດ Hamas ຢູ່ເຂດ Gaza.
ການບຸກໂຈມຕີທາງອາກາດຂອງ ອິດສະລາແອັນ (ພາບ: Anadolu ) |
ຕອນເຊົ້າວັນທີ 7 ເມສາ, ກອງທັບອິດສະລາແອັນ ປະກາດເລີ່ມຕົ້ນບັ້ນການທະຫານ ດ້ວຍຊື່ທີ່ວ່າ: “ຝາມືທີ່ເຂັ້ມແຂງ” ບຸກໂຈມຕີເລັງໃສ່ບັນດາຕຳແໜ່ງຂອງຂະບວນການອິດສະລາມປະກອບອາວຸດ Hamas ຢູ່ເຂດ Gaza, ເຫດບຸກໂຈມຕີ ໄດ້ດຳເນີນພາຍລັງທີ່ ອິດສະຕາລາແອັນ ຕ້ອງປະເຊີນໜ້າກັບລູກສອນໄຟນັບສິບໜ່ວຍ ທີ່ໄດ້ຍິງຈາກເຂດພາກໃຕ້ Lebanon ໃນວັນທີ 6 ເມສາ, ໃນສະພາບການຄວາມເຄັ່ງຕຶງລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ ເພີ່ມຂຶ້ນຢ່າງຕໍ່ເນື່ອງພາຍຫຼັງທີ່ ອິດສະລາແອັນດຳເນີນການບຸກໂຈມຕີໃສ່ໂບດອິດສະລາມ Al-Aqsa. ພາຍຫຼັງ ສິ້ນສຸດກອງປະຊຸມລັດຖະບານອິດສະລາແອັນ ກ່ຽວກັບບັນຫາຄວາມໝັ້ນຄົງ ແລະ ການເມືອງ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ປະກາດວ່າ ຈະເຮັດໃຫ້ສັດຕູຂອງປະເທດນີ້ຕ້ອງຮັບການໂຕ້ຕອບເໝາະສົມ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ກໍ່ໃຫ້ຮູ້ວ່າ, ລະບົບປ້ອງກັນຄວາມໝັ້ນຄົງ ໄດ້ກະກຽມຢ່າງລະອຽດ ເພື່ອຮັບມືກັບທຸກກໍລະນີທີ່ອາດຈະເກີດຂຶ້ນ. ໃນຂະນະນັ້ນ, ຂະບວນການອິດສະລາມ ປະກອບອາວຸດ Hamas ກໍ່ກ່າວປະນາມ ອິດສະລາແອນຕ້ອງຮັບຄວາມຮັບຜິດຊອບກ່ຽວກັບຜົນຕາມມາຂອງການກະທຳບຸກໂຈມຕີທາງອາກາດເລັງໃສ່ເຂດ Gaza ແລະ ນະຄອນ Jerusalem.