ອິດ​ສະ​ລາ​ແອັນ ສືບ​ຕໍ່​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ເຂດ​ກາ​ຊາ ແລະ ລີ​ບັງ

(VOVWORLD) - ສຳນັກຂ່າວສານ WAFA ຂອງປາແລັດສະຕິນ ໄດ້ລົງຂ່າວວ່າ ມີສາມັນຊົນຢ່າງໜ້ອຍສຸດ 20 ຄົນຖືກເສຍຊີວິດ ແລະ ຫຼາຍຄົນຖືກບາດເຈັບພາຍຫຼັງ ອິດສະລາແອັນ ດຳເນີນບັນດາເຫດບຸກໂຈມຕີທາງອາກາດເລັ່ງໃສ່ຢູ່ຫຼາຍເຂດທີ່ແຕກຕ່າງກັນຢູ່ ກາຊາ.
ອິດ​ສະ​ລາ​ແອັນ ສືບ​ຕໍ່​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ເຂດ​ກາ​ຊາ ແລະ ລີ​ບັງ - ảnh 1ພາບປະກອບ: AFP

ວັນທີ 25 ກັນຍາ, ສຳນັກຂ່າວສານ WAFA ຂອງປາແລັດສະຕິນ ໄດ້ລົງຂ່າວວ່າ ມີສາມັນຊົນຢ່າງໜ້ອຍສຸດ 20 ຄົນຖືກເສຍຊີວິດ ແລະ ຫຼາຍຄົນຖືກບາດເຈັບພາຍຫຼັງ ອິດສະລາແອັນ ດຳເນີນບັນດາເຫດບຸກໂຈມຕີທາງອາກາດເລັ່ງໃສ່ຢູ່ຫຼາຍເຂດທີ່ແຕກຕ່າງກັນຢູ່ ກາຊາ. ວັນທີ 25 ກັນຍາ, ບັນດາເຫດບຸກໂຈມຕີ ຂອງ ອິດສະລາແອັນສືບຕໍ່ເກີດຂຶ້ນຢູ່ເກືອບທົ່ວເຂດກາຊາຄື: ນະຄອນ Khan Younis, ນະຄອນ Rafah..., ກຳປັ່ນສູ້ຮົບ ອິດສະລາແອັນ ກໍ່ໄດ້ຍິງປຶນໃສ່ບັນດາເຂດຢູ່ທາງທິດຕາເວັນຕົກຂອງກາຊາ. ຕາມອົງການສາທາລະນະສຸກ ປາແລັດສະຕິນແລ້ວ, ນັບແຕ່ເວລາເກີດການປະທະກັນລະຫວ່າງ ອິດສະລາແອັນ - ຮາມາດສ ມີຊາວປະແລດສະຕິນເກືອບ 41.500 ຄົນ ຢູ່ເຂດກາຊາຖືກເສຍຊີວິດ ແລະ ກ່ວາ 96.000 ຄົນຖືກບາດເຈັບ, ສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ, ພ້ອມກັບຜູ້ຫາຍສາບສູນນັບພັນຄົນ ໃຕ້ຊາກຫັກພັງ. ໃນເຫດການທີ່ກ່ຽວຂ້ອງ, ສຳນັກຂ່າວສານ Ynet ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ, ໄດ້ເປີດໄຟຂຽວ ໃຫ້ກການປຶກສາຫາລືກັບວົງການເຈົ້າໜ້າທີ່ ອາເມລິກາ ກ່ຽວກັບຄຳສັ່ງຢຸດຍິງຊົ່ວຄາວລະຫວ່າງກຳລັງ ປ້ອງກັນຕົວອິດສະລາແອັນ (IDF) ແລະ ຂະບວນການ Hezbollah ຢູ່ລີບັງ. ພ້ອມທັງ, ວົງການເຈົ້າໜ້າທີ່ອາເມລິກາ ກໍ່ພວມປຶກສາຫາລືກັບລັດຖະບານ ລີບັງ ແລະ ຜູ້ຕາງໜ້າ Hezbollah ກ່ຽວກັບບັນຫານີ້. ໃນຂະນະນັ້ນ, ສຳນັກຂ່າວສານ LBCI ຂອງລີບັງໃຫ້ຮູ້ວ່າ ບັນດາການເຈລະຈາໂດຍ ອາເມລິກາ ພາທາງ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງໃນການປະທະກັນລະຫວ່າງ ອົດສະລາແອັນ ແລະ Hezbollah ສາມາດບັນລຸໄດ້ຄວາມຄືບໜ້າຫຼາຍພໍສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ