ອິດສະລາແອັນ ອະນຸມັດຜ່ານ ແຜນການປູກສ້າງເຮືອນຕັ້ງຖິ່ນຖານຄົງທີ່ເກືອບ 800 ຫຼັງ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ
(VOVWORLD) -Peace Now ຖືວ່າ ການກະທຳນີ້ ຂອງ ອິດສະລາແອັນແມ່ນ ເພື່ອແນໃສ່ “ຫຼີກລ້ຽງການປະທະກັນ” ກັບອຳນາດການປົກຄອງຊຸດຕໍ່ໄປຂອງອາເມລິກາ. ໃນອາຍຸການຂອງ ທ່ານ ປະທານາທິບໍດີ Donald trump, ອິດສະລາແອັນ ໄດ້ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່.
ເຂດຕັ້ງຖິນຖາຍຄົງທີ່ໃໝ່ ຂອງອິດສະລາແອັນ (ພາບ: TTXVN) |
ວັນທີ 17 ມັງກອນ, ອົງການຈັດຕັ້ງ Peace Now ຮັບຜິດຊອບການຕິດຕາມ ການເຄື່ອນໄຫວການຕັ້ງຖິ່ນຖານຄົງທີ່ຢູ່ບັນດາເຂດດິນແດນຂອງ ປາແລັດສະຕິນ ໃຫ້ຮູ້ວ່າ ເຈົ້າໜ້າທີ່ອິດສະລາແອັນ ໃນວັນດຽວກັນ ໄດ້ອະນຸມັດຜ່ານແຜນການປຸກສ້າງເຮືອນຕື່ມອີກ 780 ຫຼັງ ຢູ່ເຂດຕັ້ງຖິ່ນຖານຄົງທີ່ໃໝ່ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ການກະທຳນີ້ໄດ້ດຳເນີນໃນຈຸດເວລາສຸດທ້າຍອາຍຸການຂອງອຳນາດການປົກຄອງ ທ່ານ ປະນາທິບໍດີ ອາເມລິກາ Donald trump ເຊິ່ງຈະໝົດອາຍຸການໃນວັນທີ 20 ມັງກອນ.
Peace Now ຖືວ່າ ການກະທຳນີ້ ຂອງ ອິດສະລາແອັນແມ່ນ ເພື່ອແນໃສ່ “ຫຼີກລ້ຽງການປະທະກັນ” ກັບອຳນາດການປົກຄອງຊຸດຕໍ່ໄປຂອງອາເມລິກາ. ໃນອາຍຸການຂອງ ທ່ານ ປະທານາທິບໍດີ Donald trump, ອິດສະລາແອັນ ໄດ້ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່.
ແລະກໍ່ໃນວັນດຽວກັນ, ສະຫະພາບ ເອີລົບ (EU) ໄດ້ອອກສຽງຕຳໜິຕິຕຽນຂໍ້ຕົກລົງຂອງ ອິດສະລາແອັນ ແມ່ນ ຜິດກັບກົດໝາຍສາກົນ ແລະ ສືບຕໍ່ທຳລາຍແງ່ຫວັງກ່ຽວກັບ ວິທີການໜຶ່ງ ສອງປະເທດ”. ທ່ານ Peter Stano ໂຄສົກຂອງ EU ເນັ້ນໜັກວ່າ ອີກຄັ້ງໜຶ່ງໄດ້ຮຽກຮ້ອງໃຫ້ອິດສະລາແອັນຢຸດຕິທຸກໆການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່. EU ຍັງຮັກສາທັດສະນະທີ່ວ່າ ບັນດາເຂດຕັ້ງຖິ່ນຖານຄົງທີ່ແມ່ນຜິດກັບກົດໝາຍສາກົນ.