ອິດ​ສະ​ລາ​ແອັນ​ຈະ​ມີ​ວັກ​ຊິນ​ປ້ອງ​ກັນ​, ສະ​ກັດ​ກັ້ນ ເຊື້ອ​ໄວ​ຣັດ SARS-CoV-2 ໃນ​ໄວໆ​ນີ້

(VOVWORLD) -ບັນດານັກວິທະຍາສາດອິດສະລາແອັນຫາກໍ່ໃຫ້ຮູ້ວ່າ ໃນສອງສາມອາທິດຈະມາເຖິງຈະມີວັກຊິນປ້ອງກັນການຕິດເຊື້ອໄວຣັດ SARS – CoV- 2. ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ອິດສະລາແອັນ ໃຫ້ຮູ້ວ່າ ບັນດານັກວິທະຍາສາດຂອງປະເທດນີ້ພວມມານະພະຍາຍາມພັດທະນາວັກຊິນປ້ອງກັນການຕິດເຊື້ອໄວຣັດ SARS – CoV- 2 ຊະນິດໜຶ່ງ.

ສະຖາບັນຄົ້ນຄ້ວາ Galilee ຂອງ ອິດສະລາແອັນ ພວມມີບັນດາບາດກ້າວບຸກທະລຸກກ່ຽວກັບບັນດາການຄົ້ນຄ້ວານີ້. ໃນ 4 ປີທີ່ຜ່ານມາ, ກຸ່ມບັນດານັກວິທະຍາສາດຂອງສະຖາບັນຄົ້ນຄ້ວາ Galileeຂອງ ອິດສະລາແອັນ ກຸ່ມໜຶ່ງໄດ້ປະສົບຜົນສຳລັດໃນການພັດທະນາວັກຊິນປ້ອງກັນ, ຕ້ານໄວຣັດອັກເສບປອດຕິດແປດທີ່ກໍ່ໃຫ້ເກີດພະຍາດອັກເສບປອດໃນສັດປິກ. ບັນດານັກວິທະຍາສາດໄດ້ວິໄຈ DNA ຂອງ Covid – 19 ແລະ ກວດພົບວ່າໂລກໄຂ້ຫວັດສັດປີກມີລັກສະນະກຳມະພັນຄ້າຍຄືກັນຢ່າງສູງກັບມະນຸດ ແລະ ມີກົນໄກຕິດແປດຄ້າຍຄືກັນ. ວັກຊີນປ້ອງກັນການຕິດເຊື້ອໄວຣັດ SARS – CoV – 2 ອາດຈະໄດ້ຮັບການຜະລິດໃນເວລາ 90 ວັນຈະມາເຖິງ ແລະ ຈະແມ່ນວັກຊິນຊະນິດກິນ.

ງອກແທັກ ນັກຂ່າວ VOV ປະຈຳ ເອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ