ອຸດສາຫະກຳປຸງແຕ່ງສະບຽງອາຫານ ຫວຽດນາມ ມີຫຼາຍແງ່ຫວັງພັດທະນາ

(VOVWORLD) - ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານໃນ “ກອງປະຊຸມສຳມະນາສົ່ງເສີມການລົງທຶນອຸດສາຫະກຳປຸງແຕ່ງສະບຽງອາຫານ”


ອຸດສາຫະກຳປຸງແຕ່ງສະບຽງອາຫານ ຫວຽດນາມ ພວມມີທ່າພັດທະນາຢ່າງແຮງ ແລະ ນຳມາເຊິ່ງກາລະໂອກາດລົງທຶນຫຼາຍຢ່າງ ໃຫ້ແກ່ວິສາຫະກິດ ພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານໃນ “ກອງປະຊຸມສຳມະນາສົ່ງເສີມການລົງທຶນອຸດສາຫະກຳປຸງແຕ່ງສະບຽງອາຫານ” ໂດຍກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ການຄ້າ ສົມທົບກັບກະຊວງແຜນການ ແລະ ການລົງທຶນຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 15 ພະຈິກ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ Almut Roessner, ຜູ້ອຳນວຍການບໍລິຫານສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ, ຂະແໜງອຸດສາຫະກຳປຸງແຕ່ງສະບຽງອາຫານ ຂອງ ຫວຽດນາມ ພວມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງການພັດທະນາຍ້ອນລະດັບການບໍລິໂພກສະບຽບອາຫານ ຢູ່ພາຍໃນປະເທດເພີ່ມຂຶ້ນ ກໍ່ຄືໂອກາດສົ່ງອອກໄດ້ຮັບການເປີດກ້ວາງ. ພິເສດ, ເມື່ອ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ມີຜົນສັກສິດ, ການພົວພັນການຄ້າ ຫວຽດນາມ - ອີຢູ ຈະກ້າວເຂົ້າສູ່ໄລຍະໃໝ່ດ້ວຍການເພີ່ມທະວີວົງເງິນສົ່ງອອກ ແລະ ດຶງດູດການລົງທຶນຢ່າງບຸກທະລຸ.


ຕອບກັບ

ຂ່າວ/ບົດ​ອື່ນ