(vovworld) – ອີຕາລີປາດຖະໜາຢາກເຮັດໃຫ້ການພົວພັນກັບອາຊຽນເລິກເຊິ່ງຍິ່ງຂຶ້ນ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານາທິບໍດີອີຕາລີ Sergio Mattarella ທີ່ການເຮັດວຽກກັບຄະນະເລຂາອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ ແລະ ການພົບປະກັບທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ, ໃນວັນທີ 10/11. ທີ່ການພົບປະ, ທ່ານປະທານາທິບໍດີ Mattarella ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຂງແຮງຂອງອີຕາລີ ຕໍ່ການຮ່ວມມືກັບອາຊຽນ ໃນບັນດາຂົງເຂດການເມືອງ, ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່ກັນ.
ສ່ວນທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ໄດ້ຕີລາຄາສູງບົດບາດສຳຄັນຂອງອີຕາລີ ໃນເລື່ອງຊຸກຍູ້ການເຈລະຈາອາຊຽນ - ອີຢູ, ເນັ້ນໜັກເຖິງບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງອີຕາລີ ກັບອາຊຽນ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ຝ່າຍເລິກເຊິ່ງຍິ່ງຂຶ້ນ, ລວມທັງຄວາມສາມາດສ້າງຕັ້ງຄູ່ຮ່ວມມືຍຸດທະສາດອາຊຽນ - ອີຢູ.