ອີຕາລີມອບຫລຽນໄຊຄຸນງາມຄວາມດີໃຫ້ເອກອັກຄະລັດຖະທູດຫວຽດນາມ
ທ່ານ ປະທານາທິບໍດີ ສ.ອີຕາລີ Sergio Mattarella ແລະ
ທ່ານ ເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ
(ພາບ:phu tong thong Italy)
(vovworld) – ວັນທີ 23/7, ທ່ານປະທານາທິບໍດີ ສ.ອີຕາລີ Sergio Mattarella ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ຫງວຽນຮ່ວາງລອງ ເຂົ້າຢ້ຽມອຳລາເມື່ອສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ອີຕາລີ. ທີ່ການຕ້ອນຮັບ, ທ່ານປະທານາທິບໍດີ Sergio Mattarella ຕີລາຄາສູງປະກອບສ່ວນຕ່າງໆຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການພົດທະນາກະໂດດຂັ້ນຂອງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ ໃນໄລຍະຜ່ານມາ, ປະກອບສ່ວນນຳການພົວພັນລະຫ່ວາງ 2 ປະເທດຂຶ້ນລະດັບຄູ່ຮ່ວມມືຍຸດທະສາດ ແລະ ປະຈຸບັນພວມພັດທະນາຢ່າງແຮງ, ເລິກເຊິ່ງ ກ້ວາງຂວາງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ທ່ານປະທານາທິບໍດີ Sergio Mattarella ໄດ້ມອບໃຫ້ ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ “ຫລຽນໄຊຄຸນງາມຄວາມດີຂອງ ສ.ອີຕາລີ”, ເຊິາງແມ່ນຫລຽນໄຊອັນສູງສົ່ງຂອງປະເທດ ອີຕາລີ, ຢືນຢັນຄວາມຮອງຮູ້ ແລະ ຕີລາຄາສູງຂອງ ອີຕາລີ ຕໍ່ການປະກອບສ່ວນສຳຄັນພິເສດຂອງເອກອັກຄະລັດຖະທູດໃນການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ໃຫ້ ອີຕາລີ ເວົ້າສະເພາະ.
ສ່ວນທ່ານ ຫງວຽນຮ່ວາງລອງ ກໍ່ຢືນຢັນວ່າ: ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນປະກອບສ່ວນເພີ່ມທະວີການພົວພັນ 2 ປະເທດ ຫວຽດນາມ - ອີຕາລີ ໃນໄລຍະຕໍ່ໄປ.