ອິນເດຍ ຈຳກັດການເຄື່ອນໄຫວການຄ້າຕ່າງປະເທດ ກັບ ສປປ ເກົາຫຼີ

(VOVWORLD) - ລັດຖະບານ ອິນເດຍ ໃຫ້ຮູ້ວ່າ: ບັນດາຂໍ້ຈຳກັດໃໝ່ນີ້ຕົ້ນຕໍແມ່ນເພື່ອແນໃສ່ກ່ຳປັ່ນຕໍ່ໃໝ່ ຫຼື ໄດ້ຜ່ານການນຳໃຊ້ແລ້ວ, ທັນຍາຫານ ແລະ ຜະລິດຕະພັນກະເສດ, ອຸປະກອນໄຟຟ້າ ແລະ ໄມ້.

ອິນເດຍ ຈຳກັດການເຄື່ອນໄຫວການຄ້າຕ່າງປະເທດ ກັບ ສປປ ເກົາຫຼີ - ảnh 1

 ບັນດາສະມາຊິກ ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມາດຕະການລົງໂທດ ສປປ ເກົາຫຼີ

(ພາບປະກອບຈາກ: AFP/TTXVN)

ວັນທີ 7 ມີນາ, ລັດຖະບານ ອິນເດຍ ປະກາດວ່າໄດ້ຈັດວາງຄຳສັ່ງຈຳກັດການຄ້າໃໝ່ຕໍ່ ສປປ ເກົາຫຼີ ຕາມບັນດາມາດຕະການລົງໂທດຂອງ ສະພາຄວາມໝັ້ນຄົງ ສປຊ ຕໍ່ ສປປ ເກົາຫຼີ ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍ ແລະ ລູກສອນໄຟຂອງປະເທດນີ້. ລັດຖະບານ ອິນເດຍ ໃຫ້ຮູ້ວ່າ: ບັນດາຂໍ້ຈຳກັດໃໝ່ນີ້ຕົ້ນຕໍແມ່ນເພື່ອແນໃສ່ກ່ຳປັ່ນຕໍ່ໃໝ່ ຫຼື ໄດ້ຜ່ານການນຳໃຊ້ແລ້ວ, ທັນຍາຫານ ແລະ ຜະລິດຕະພັນກະເສດ, ອຸປະກອນໄຟຟ້າ ແລະ ໄມ້. ນອກຈາກນັ້ນ, ອິນເດຍ ກໍ່ຮັດແໜ້ນການຄວບຄຸມສຳລັບການເຄື່ອນໄຫວສົ່ງອອກເຄື່ອງກົນຈັກອຸດສາຫະກຳ, ບັນດາພາຫະນະຂົນສົ່ງ, ເຫຼັກກ້າ ແລະ ໂລຫະປະເພດຕ່າງໆ. ນິວເດລີ ໄດ້ຫລຸດຜ່ອນການເຄື່ອນໄຫວການຄ້າ ກັບພຽງຢາງ, ແຕ່ຍັງຄົງຮັກສາການພົບປະດ້ານການທູດໄວ້.

        ແລະກໍ່ໃນວັນດຽວກັນ, ລັດເຊຍ ຖືວ່າ: ບັນດາມາດຕະການລົງໂທດຂອງ ອາເມລິກາ ຕໍ່ ສປປ ເກົາຫຼີ ແມ່ນກ່ຽວຂ້ອງເຖິງເຫດການລອບສັງຫານຂ້າພົນລະເມືອງ ສປປ ເກົາຫຼີ ຊື່ Kim Chol ແມ່ນ “ຜິດກົດໝາຍ”. ໂຄສົກຂອງກະຊວງການຕ່າງປະເທດ ລັດເຊຍ, ທ່ານນາງ Maria Zakharova, ຖືວ່າ: ບັນດາມາດຕະການນີ້ຈະບໍ່ໄດ້ຮັບການຮັບຮອງເອົາທີ່ສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ