ອິນເດຍ ຖືການຊຸກຍູ້ການພົວພັນກັບຫວຽດນາມເປັນສຳຄັນ

ອິນເດຍ ຖືການຊຸກຍູ້ການພົວພັນກັບຫວຽດນາມເປັນສຳຄັນ  - ảnh 1
ພົນ​ໂທ ​ໂດ​ບາ​ຕີ້

(vovworld)- ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ພົນ​ໂທ ​ໂດ​ບາ​ຕີ້, ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ​ຫວຽດນາມ ນຳ​ຫນ້າ ພວມ​ຢ້ຽມຢາມ​ສັນຖະວະ​ໄມຕີ ອິນ​ເດຍ ຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈລະຈາກັບ ພົນໂທໂດ​ບາ​ຕີ້, ພົນ​​ເອກ ກອງທັບ​ອາກາດ​ອິນ​ເດຍ Norman Anil Kumar ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກອງ​ທັບ​ປະຊາຊົນ​ຫວຽດນາມ ຈະ​ປະກອບສ່ວນ​ສຳຄັນ​ສ້າງ​ທ່ວງທ່າ​ໃຫ້​ແກ່​ບັນດາ​ບາດກ້າວ​ພັດທະນາ​ໃຫມ່​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ໃນ​ນັ້ນ ມີ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ​ສອງປະ​ເທດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່ ພາກ​ພື້ນ. ພົນ​​ເອກ Norman Anil Kumar ຢືນຢັນ: ຫວຽດນາມ ສວມ​ບົດບາດ​ສຳຄັນ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ຕົ້ນຕໍ​ຂອງ ອິນ​ເດຍ ຢູ່ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້, ສະ​ນັ້ນ ອິນ​ເດຍ ຖື​ການ​ຊຸກຍູ້​ການ​ພົວພັນ​ກັບ​ຫວຽດນາມ,​​ໃນ​ນັ້ນ ມີ​ດ້ານ​ປ້ອງ​ກັນຊາ​ດ​ເປັນ​ສຳຄັນ ​ແລະ ອິນ​ເດຍຈະ​ຕັ້ງຫນ້າ​ຊ່ວຍ​ເຫລືອ​ຫວຽດນາມ​ໃນ​ວິວັດ​ການ​ກະກຽມ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນ​ຕິ​ພາບ​ຂອງ​ ສປຊ.

 

(


ຂ່າວ/ບົດ​ອື່ນ