ອິນເດຍ: ລະເບີດໂຮງງານຜະລິດ ບັ້ງໄຟດອກ ເຮັດໃຫ້ 10 ຄົນເສຍຊີວິດ
(VOVWORLD) - ສາຍເຫດເບື້ອງຕົ້ນໄດ້ຮັບຖືວ່າ ຍ້ອນເກີດໄຟໄໝ້ພາຍໃນໂຮງງານແຫ່ງນີ້. ໃນຈຳນວນ 15 ຄົນຖືກບາດເຈັບ, ມີ 5 ຄົນຕ້ອງເຂົ້າໂຮງໝໍປິ່ນປົວ. ກຳລັງມີໜ້າທີ່ຮັບຜິດຊອບໄດ້ດັບເພິງແລ້ວ.
ສະຖານທີ່ເກີດເຫດ (ພາບ: euro.eseuro.com/TTXVN) |
ວັນທີ 17 ກຸມພາ, ຢູ່ອິນເດຍ ໄດ້ເກີດເຫດລະເບີດຢູ່ຮາກຖານຜະລິດບັ້ງໄຟດອກ ເຮັດໃຫ້ 10 ຄົນເສຍຊີວິດ ແລະ 15 ຄົນຖືກບາດເຈັບ. ຕາມຕຳຫຼວດແລ້ວ, ເຫດລະເບີດໄດ້ເກີດຂຶ້ນຢູ່ຮາກຖານຜະລິດບັ້ງໄຟດອກຢູ່ລັດ Tamil Nadu, ທາງທິດໃຕ້ ອິນເດຍ.
ສາຍເຫດເບື້ອງຕົ້ນໄດ້ຮັບຖືວ່າ ຍ້ອນເກີດໄຟໄໝ້ພາຍໃນໂຮງງານແຫ່ງນີ້. ໃນຈຳນວນ 15 ຄົນຖືກບາດເຈັບ, ມີ 5 ຄົນຕ້ອງເຂົ້າໂຮງໝໍປິ່ນປົວ. ກຳລັງມີໜ້າທີ່ຮັບຜິດຊອບໄດ້ດັບເພິງແລ້ວ.
ກ່ອນໜ້ານັ້ນ, ໃນວັນທີ 6 ກຸມພາ, ຢູ່ຮາກຖານຜະລິດໝາກກະໂພກ ຢູ່ລັດ Madhya Pradesh, ທາງພາກກາງ ອິນເດຍ ກໍ່ເກີດຂຶ້ນການລະເບີດ, ອັນໄດ້ເຮັດໃຫ້ມີ 8 ຄົນເສຍຊີວິດ ແລະ 80 ຄົນຖືກບາດເຈັບ.