ອິນເດຍ ວິຕົກກັງວົນຕໍ່ກັບສະພາບຂາດດຸນການຄ້າກັບຈີນ

(VOVWORLD) -ໃນການພົບປະສອງຝ່າຍກັບທ່ານຮອງລັດຖະມົນຕີກະຊວງການຄ້າ ຈີນ ຢວາງເຊົາຢ໋ວນ ຢູ່ຊຽງໄຮ້, ວັນທີ 06 ພະຈິກ, ທ່ານເລຂາການຄ້າ ອິນເດຍ Anup Wadhawan ໄດ້ສະແດງຄວາມວິຕົກກັງວົນຕໍ່ກັບສະພາບຂາດດຸນການຄ້ານັບມື້ນັບເພີ່ມຂຶ້ນກັບຈີນ.

  ພ້ອມກັນນັ້ນ, ທ່ານ Wadhawan ກໍຖືວ່າ “ບັນດາຂົງເຂດຄື ຜະລິດຕະພັນກະເສດ, ການຢາ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການທ່ອງທ່ຽວ... ເຊິ່ງ ອິນເດຍ ໄດ້ສະແດງໃຫ້ເຫັນທ່າດີ ແລະ ມີການປະກົດຕົວຢ່າງຫຼວງຫຼາຍ ໃນໂລກ ແຕ່ຢູ່ ຈີນ ບໍ່ຫຼາຍພໍປານໃດ ຄວນໄດ້ຮັບການສົ່ງເສີມໃນການຄ້າສອງຝ່າຍ”.

        ວົງເງິນການຄ້າສອງສົ້ນ ລະຫວ່າງ ອິນເດຍ - ຈີນ ບັນລຸໄດ້ 84,4 ຕື້ USD ໃນປີ 2017. ປັດຈຸບັນ ລະດັບການຂາດດຸນການຄ້າລະຫວ່າງສອງປະເທດ ໄດ້ຂຶ້ນເຖິງກວ່າ 60 ຕື້ USD.


ຕອບກັບ

ຂ່າວ/ບົດ​ອື່ນ