ອິນ​ເດຍ, ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ ຢູ່ ອາ​ຊີ​ຕາ​ເວັນ​ອອກ​​ສ່ຽງ​ໃຕ້

(VOVWORLD) -ນັບແຕ່ ວັນທີ 22 ທັນວາ 1944 ເມື່ອ ກຳລັງ ຕົ້ນກຳເນີດແມ່ນ ກອງທະຫານໂຄສະນາປົດປ່ອຍຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ໄດ້ມີການພັດທະນາ ຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບພັດທະນາຢ່າງແຮງ, ປັດຈຸບັນພວມສວມບົດບາດເປັນກຳລັງຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ທ່ານພົນຕີ Amarjeet Singh Bedi ຜູ້ອຳນວຍການອົງການສືບລາຊະການລັບ ປ້ອງກັນປະເທດ ອິນເດຍໄດ້ຕີລາຄາວ່າ ນັບແຕ່ ວັນທີ 22 ທັນວາ 1944 ເມື່ອ ກຳລັງ ຕົ້ນກຳເນີດແມ່ນ ກອງທະຫານໂຄສະນາປົດປ່ອຍຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ໄດ້ມີການພັດທະນາ ຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບພັດທະນາຢ່າງແຮງ, ປັດຈຸບັນພວມສວມບົດບາດເປັນກຳລັງຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ພ້ອມກັນນັ້ນ, ທ່ານ Bedi ກໍ່ຢັ້ງຢືນວ່າ ທັງ ອິນເດຍ ແລະ ຫວຽດນາມລວນແຕ່ໃຫ້ຄຳໝັ້ນສັນຍາວ່າຈະຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ຖະແຫຼງການຂອງ ທ່ານ Bedi ໄດ້ຍົກອອກມາໃນຕອນຄ່ຳວັນທີ 20 ທັນວາເມື່ອກ່າວປາໄສໃນຖານະເປັນແຂກຖືກເຊີນຢູ່ ພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ ແລະ ປະກາດ ປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ ໃນປີ 2019 ຢູ່ ນິວເດລີ ໂດຍທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍເປັນປະທານຈັດຕັ້ງ. ຕາມທ່ານ ພົນຕີ Bedi ແລ້ວ, ອິນເດຍ ແລະ ຫວຽດນາມພວມຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຕ່າງໆຄື: ອາຊຽນ, ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), ສະຫະປະຊາຊາດ ແລະ ອົງການການຄ້າ ໂລກ (WTO). ອິນເດຍປາດຖະໜາຢາກຍົກສູງການພົວພັນສອງຝ່າຍກັບ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່ ເພື່ອການພັດທະນາ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ