ອິນເດຍ - ອີຢູ ເຫັນດີດຳເນີນການເຈລະຈາ FTA ຄືນໃໝ່
(VOVWORLD) - ອິນເດຍ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ເຫັນດີດຳເນີນການເຈລະຈາກ່ຽວກັບສົນທິສັນຍາການຄ້າເສລີ (FTA) ແລະ ເພີ່ມທະວີການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ.
ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: TTXVN) |
ຄໍາໝັ້ນສັນຍາດັ່ງກ່າວ ໄດ້ຍົກອອກມາທີ່ກອງປະຊຸມສຸດຍອດສອງຝ່າຍ ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ ໃນວັນທີ 8 ພຶດສະພາ, ໃນນັ້ນ ນີ້ກໍເປັນການເຕົ້າໂຮມຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ພ້ອມດ້ວຍການນຳ 27 ປະເທດຂອງສະຫະພາບເອີຣົບ. ນີ້ໄດ້ຮັບຖືວ່າ ແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ອີຢູ ມີຄວາມສົນໃຈຕໍ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ຄືນໃໝ່. ກອງປະຊຸມສຸດຍອດ ລະຫວ່າງ ອີຢູ - ອິນເດຍ ຄັ້ງກ່ອນໆ ພຽງແຕ່ມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ອິນເດຍ ພ້ອມດ້ວຍປະທານຄະນະກຳມະການເອີຣົບ ແລະ ປະທານສະພາເອີຣົບ ເທົ່ານັ້ນ.
ການນຳບັນດາປະເທດ ອີຢູ ແລະ ອິນເດຍ ກໍເຫັນດີຖືວ່າ ເພື່ອໃຫ້ການເຈລະຈາບັນລຸຜົນສຳເລັດ, ທັງສອງຝ່າຍ ຕ້ອງແກ້ໄຂບັນດາບັນຫາກ່ຽວກັບການສຳຜັດກັບຕະຫຼາດ.