ອິນເດຍ ໜູນຊ່ວຍການປະກອບອົງຄະທຽມ ໂດຍບໍ່ເສຍຄ່າໃຫ້ແກ່ຄົນພິການຢູ່ແຂວງຫວິງຟຸກ

(VOVWORLD) -ວັນທີ 10 ກໍລະກົດ,ທີ່ນະຄອນຫວິງອຽນ, ແຂວງຫວຸງຟຸກຂອງຫວຽດນາມ, ສະຖານທູດອິນເດຍປະຈໍາ ຫວຽດນາມ ແລະ ອົງການ Bhagwan Mahaveer Viklang Sahayara Samiti (BMVSS) ໄດ້ສົມທົບກັບ ຄະນະກໍາມະການປະຊາຊົນ ແຂວງຫວິງຟຸກ ຈັດຕັ້ງພິທີໄຂ ໂຄງການ ສູນປະກອບອົງຄະທຽມ ໂດຍບໍ່ເສຍຄ່າໃຫ້ຄົນພິການໃນບໍລິເວນແຂວງ.

ອິນເດຍ ໜູນຊ່ວຍການປະກອບອົງຄະທຽມ ໂດຍບໍ່ເສຍຄ່າໃຫ້ແກ່ຄົນພິການຢູ່ແຂວງຫວິງຟຸກ - ảnh 1ມີຄົນພິການ 500 ກວ່າຄົນ ຢູ່ສອງແຂວງ ຫວິງຟຸກ ແລະ ຝຸເທາະ ຈະໄດ້ປະກອບອົງຄະທຽມ ໂດຍບໍ່ເສຍຄ່າ ໃນ ເດືອນ ກໍລະກົດ 2018 

(ພາບ: TTXVN)

ສູນປະກອບອົງຄະທຽມ Jaipur Foot  ໄດ້ຈັດຕັ້ງໂດຍກະຊວງການຕ່າງປະເທດອິນເດຍ, ສະຖານທູດອິນເດຍປະຈໍາຫວຽດນາມ ໃນຂອບເຂດຂໍ້ລິເລີ່ມ ໜູນຊ່ວຍການພັດທະນາສອງຝ່າຍຢູ່ຫວຽດນາມ. ດ້ວຍໂຄງການໜູນຊ່ວຍມະນຸດສະທໍາດັ່ງກ່າວ, ມີຄົນພິການ 500 ກວ່າຄົນ ຢູ່ສອງແຂວງ ຫວິງຟຸກ ແລະ ຝຸເທາະ ຈະໄດ້ປະກອບອົງຄະທຽມ ໂດຍບໍ່ເສຍຄ່າ ໃນ ເດືອນ ກໍລະກົດ 2018, ລາຍຈ່າຍໃນການໜູນຊ່ວຍມີມູນຄ່າເກືອບ 7 ລ້ານດົ່ງຕໍ່ຄົນ.

        ນອກຈາກການໜູນຊ່ວຍກ່ຽວກັບພື້ນຖານດ້ານວັດຖຸ, ສົ່ງຖັນແຖວແພດ, ໝໍ ມາໜູນຊ່ວຍເປັນເວລາ 20 ວັນ ແລ້ວ, ໂຮງໝໍມິດຕະພາບ ລາກຫວຽດ ກໍຈະຮັບຜິດຊອບໜ້າທີ່ຕິດຕາມກວດກາເປັນປະຈໍາໄລຍະ ໃຫ້ຄົນພິການທັງໝົດ ທີ່ໄດ້ປະກອບອົງຄະທຽມ ເຊິ່ງນອນໃນໂຄງການ, ລາຍການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ