ອິນເດຍຄັດຄ້ານແຜນທີ່ ສະບັບໃໝ່ຂອງຈີນ


ອິນເດຍຄັດຄ້ານແຜນທີ່ ສະບັບໃໝ່ຂອງຈີນ - ảnh 1

(ພາບ: Reuters)

 (vovworld)- ວັນ​ທີ 28/6, ສື່​ມວນ​ຊົນ​ອິນ​ເດຍ ​ໄດ້​ອອກສຽງ​ຄັດຄ້ານ​ເລື່ອງ​ຈີນ ຫາ​ກໍ່​ປະກາດ​​ແຜນທີ່​ສະບັບ​ໃໝ່​ ຊື່​ງ​ໃນ​ນັ້ນ​ໄດ້ສະ​ແດງ​ວ່າ ​ລັດ Arunachal Pradesh ​ຢູ່ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ອິນ​ເດຍ ​ແມ່ນ​ພາກສ່ວນ​ໜຶ່ງ​ຂຶ້ນ​ກັບ ຕີ​ເບ​ດ. ໜັງສືພິມ India Today ​ໄດ້​ຄັດ​ສະ​ເໜີ​ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ເດຍ ​ໂດຍ​ຢືນຢັນ​ວ່າ: “Arunachal Pradesh  ​ແມ່ນ​ພາກສ່ວນ​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ອິນ​ເດຍ ​ໄດ້“. ອິ​ນເດຍ​ ໄດ້ສົ່ງ​ບັນຫາ​ນີ້ມາ​ຍັງ​ອຳນາດ​ການ​ປົ​ກຄອງ​ຈີນ ​ເປັນ​ຫຼາຍ​ເມື່ອ​ແລ້ວ. ອຳນາດ​ການ​ປົກຄອງ​ລັດ Arunachal Pradesh ​ໄດ້​ຄັດຄ້ານ​ການ​ກະທຳ​ດັ່ງກ່າວ​ຂອງ​ຈີນ​ຢ່າງ​ແຮງ ​ແລະ ສະ​ເໜີ​ໃຫ້​ລັດຖະບານ​ອິນ​ເດຍ ຕ້ອງ​ຊອກ​ຫາ​ວິທີ​ແກ້​ໄຂ. ທ່າ​ນ Nabam Tuki ຜູ້​ວ່າການ​ລັດ Arunachal Pradesh ກ່າວ​ວ່າ: ພວກ​ຂ້າພະ​ເຈົ້າ​ໄດ້​ຄັດຄ້ານ ​ແລະ ກ່າວ​ປະນາມ​ຄຳ​ຖະ​ແຫຼ​ງ ອະທິປະ​ໄຕ​ຂອງ​ຈີນ ທີ່​ມີຕໍ່ Arunachal Pradesh ​ແລະ ປາດ​ຖະໜາ​ວ່າ ລັດຖະບານ​ອິນ​ເດຍ ຈະ​ເຈລະຈາ​ກັບ​ຈີນ ​ເພື່ອຊອກ​ຫາ​ມາດ​ຕະການແກ້​ໄຂບັນຫາ​ນີ້./.

ຂ່າວ/ບົດ​ອື່ນ