ອິນເດຍຈະເປັນປະທານກອງປະຊຸມ Quad

(VOVWORLD) -ຄາດວ່າ ກຸ່ມ 4 ຝ່າຍ ຈະປຶກສາຫາລືບັນດາມາດຕະການຮັບມືກັບບັນດາການກະທຳຂອງຈີນ, ຍູ້ໄວການຫັນປ່ຽນບັນດາລະບົບຜະລິດສິນຄ້າອອກຈາກຈີນ
ອິນເດຍຈະເປັນປະທານກອງປະຊຸມ Quad - ảnh 1 (ພາບປະກອບ: Reuters)

ວັນທີ 03 ກັນຍາ, ກະຊວງການຕ່າງປະເທດອິນເດຍ ໄດ້ຢືນຢັນວ່າ, ປະເທດນີ້ຈະຈັດກອງປະຊຸມຂອງກຸ່ມ 4 ຝ່າຍ (Quad) ລວມມີ 4 ປະເທດຄື: ອົດສະຕາລີ, ຍີ່ປຸ່ນ, ອິນເດຍ ແລະ ອາເມລິກາ, ກົງກັບຈຸດເວລາດຳເນີນການເຈລະຈາ 2+2 (ລັດຖະມົນຕີການຕ່າງປະເທດ ແລະ ການປ້ອງກັນຊາດ) ກັບອາເມລິກາ. ເຖິງຢ່າງໃດກໍ່ຕາມ, ວັນເວລາລະອຽດຂອງການຈັດຕັ້ງເຫດການດັ່ງກ່າວຍັງບໍ່ທັນໄດ້ປະກາດເທື່ອ.

          ໃນການພົບປະທີ່ຈະມາເຖິງນີ້, ຄາດວ່າ ກຸ່ມ 4 ຝ່າຍ ຈະປຶກສາຫາລືບັນດາມາດຕະການຮັບມືກັບບັນດາການກະທຳຂອງຈີນ, ຍູ້ໄວການຫັນປ່ຽນບັນດາລະບົບຜະລິດສິນຄ້າອອກຈາກຈີນ, ກໍ່ຄືການແກ້ໄຂໂລກລະບາດໂຄວິດ-19. ສ່ວນອິນເດຍ ພວມຕັ້ງຄວາມຫວັງໄວ້ວ່າ ການຮ່ວມມືກັບບັນດາສະມາຊິກໃນກຸ່ມ 4 ຝ່າຍຈະຊ່ວຍດຶງດູດບັນດາແຫຼ່ງທຶນຈາກຕ່າງປະເທດເຂົ້າພື້ນຖານໂຄງລ່າງຢູ່ພາຍໃນປະເທດ ແລະ ສ້າງເປັນບັນດາລະບົບສະໜອງໃໝ່ຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ