ພາບປະກອບ
(vovworld) – ຕາມສາດສະດາຈານ Oliver Salmon, ນັກຊ່ຽວຊານເສດຖະກິດຂັ້ນສູງຂອງ Oxford Economics (ເຊິ່ງແມ່ນບໍລິສັດທີ່ປຶກສາ ແລະ ຄາດຄະເນເສດຖະກິດເອກະລາດທົ່ວໂລກ) ແລ້ວ, ເລື່ອງເພີ່ມທະວີການນຳໃຊ້ເຕັກໂນໂລຢີ ອີນເຕີເນັດເຄື່ອນທີຄາດວ່າໄດ້ປະກອບເພີ່ມທະວີ GDP ຕື່ມອີກ 3,7 ຕື້ USD ໃນ 5 ປີຜ່ານມາຢູ່ ຫວຽດນາມ. ຂໍ້ມູນຂ່າວນີ້ໂດຍທ່ານ Oliver Salmon ຍົກອອກມາທີ່ກອງປະຊຸມສຳມະນາປະກາດໝາກຜົນຂອງການຄົ້ນຄ້ວາຜົນກະທົບຂອງ ອິນເຕີເນັດເຄື່ອນທີເຖິງພື້ນຖານເສດຖະກິດໂດຍສະຫະສະມາຄົມການຄ້າ ອາເມລິກາ (Amcham) ແລະ Google ຈັດຕັ້ງຫວ່າງແລ້ວນີ້. ທ່ານສາດສະດາຈານ Oliver Salmon ໄດ້ຄັດສະເໜີໝາກຜົນຈາກການຄົ້ນຄ້ວາຂອງ Oxford Economics ສະແດງໃຫ້ເຫັນວ່າແຕ່ປີ 2010 ມາຮອດປະຈຸບັນ, ການນຳໃຊ້ອິນເຕີເນັດເຄື່ອນທີຂອງ ຫວຽດນາມ ໄດ້ລື່ນກາຍລະດັບສະເລ່ຍຂອງກຸ່ມບັນດາປະເທດມີລາຍຮັບທຽບເທົ່າກັບ ຫວຽດນາມ ຫຼາຍ. ລະດັບເຕີບໂຕໃນການນຳໃຊ້ອິນເຕີເນັດເຄື່ອນທີນັບແຕ່ປີ 2010 ໄດ້ປະກອບຈຳນວນເງິນ 3,7 ຕື້USD ເຂົ້າ GDP ແລະ ສ້າງວຽກເຮັດງານທຳໃໝ່ເກືອບ 140.000 ວຽກໃຫ້ແກ່ ຫວຽດນາມ, ເທົ່າກັບ 6,4% ລະດັບເຕີບໂຕ GDP. ບັນດານັກຄົ້ນຄ້ວາຂອງ Oxford Economics ຖືວ່າ: ໃນອະນາຄົດ, ລະດັບເຕີບໂຕຂອງອິນເຕີເນັດເຄື່ອນທີຢູ່ ຫວຽດນາມ ຈະເທົ່າກັບລະດັບເຕີບໂຕຂອງພາກພື້ນ. ການຄາດຄະເນສະແດງໃຫ້ເຫັນວ່າ: ລະດັບຜູ້ນຳໃຊ້ອິນເຕີເນັດເຄື່ອນທີຈະເພີ່ມຂຶ້ນທົບ 2 ເທົ່າແຕ່ນີ້ຮອດປີ 2020 (ປະມານ 80%). ການເຕີບໂຕດ້ານເຕັກໂນໂລຢີນີ້ຈະປະກອບສ່ວນຍົກສູງ GDP ຕື່ມອີກ 5,1 ຕື້ USD ໃນຮອບເວລາ 5 ປີຈະມາເຖິງ.